ພາກທີ I
ພາກສະເໜີ
1. ຫຼັກການ ແລະເຫດຜົນ
ນັບແຕ່ອາດີດເຖິງປັດຈຸບັນເວລາໃດການອ່ານກໍ່ເຂົ້າມາມີບົດບາດສໍາຄັນຢູ່ສະເໝີ
ແລະເປັນປັດໄຈໜຶ່ງທີ່ຕັດສິນໃຫ້ແກ່ການຮຽນຮູ້ຂອງຜູ້ຄົນຕ່າງໆຢູ່ໃນໂລກ ເຊິ່ງມັນເລີ່ມຕົ້ນຂຶ້ນມາພ້ອມໆກັບການກໍາເນີດຂອງຕົວອັກສອນ
ນັບແຕ່ຕົວອັກສອນໄດ້ກໍາເນີດເກີດຂຶ້ນມາ ກໍ່ເລີ່ມມີການອ່ານນັບແຕ່ນັ້ນມາ
ແລະມີຄວາມຈໍາເປັນໃນການຮຽນຮູ້ຂອງມະນຸດ ໂດຍສະເພາະສິ່ງທີ່ເປັນໂຕໜັງສືທີ່
ມີການບັນທຶກຈົດກ່າຍໄວ້ ທັງໃນຮູບແບບສິ່ງຕີພິມ ແລະບໍ່ຕີພິມ ກໍ່ຕາມ
ຖ້າຫາກຄົນໃນທົ່ວໂລກຮູ້ຈັກອ່ານ, ການຮຽນຮູ້, ການສັງເກດ ແລະດ້ວຍວິທີຕ່າງໆທີ່ຜ່ານການອ່ານ
ກໍ່ຈະເຮັດໃຫ້ເຮົາສາມາດຮູ້ ແລະທໍາຄວາມເຂົ້າໃຈສິ່ງນັ້ນໄດ້ ສິ່ງທີ່ເຮັດໃຫ້ຄົນເຮົາມີການພັດທະນາດ້ານຕ່າງໆໄດ້ນັ້ນກໍ່ລ້ວນແລ້ວມາຈາກການອ່ານທັງນັ້ນ
ບໍ່ວ່າຈະເປັນທາງດ້ານການເມືອງ, ດ້ານວັດທະນະທໍາ-ສັງຄົມ, ດ້ານເສດຖະກິດ,
ດ້ານວິທະຍາສາດເຫຼົ່ານີ້ເປັນຕົ້ນ ແນ່ນອນວ່າຜົນທີ່ເຮົາໄດ້ຕ້ອງແມ່ນຄວາມຮູ້
ແລະຄວາມເຂົ້າໃຈ, ຄວາມສົງໄສໃນບັນຫານັ້ນ ຫຼືເກີດແນວຄວາມຄິດໃໝ່ໆກ່ຽວກັບສິ່ງນັ້ນໆທີ່ໄດ້ອ່ານ
ເພາະການອ່ານໝາຍເຖິງຂະບວນການທີ່ຜູ້ອ່ານຮັບຮູ້ສາລະ ເຊິ່ງເປັນຄວາມຮູ້, ຄວາມຄິດ,
ຄວາມຮູ້ສຶກ ແລະຄວາມຄິດເຫັນທີ່ຜູ້ຂຽນຖ່າຍທອດອອກມາເປັນລາຍລັັກອັກສອນການທີ່ຜູ້ອ່ານຈະເຂົ້າໃຈສາລະໄດ້ຫຼາຍໜ້ອຍປານໃດ
ຂຶ້ນຢູ່ກັບປະສົບການ ແລະຄວາມສາມາດໃນການໃຊ້ຄວາມຄິດ (ມະນີຣັຕນ ສຸກໂຊຕິຣັຕນ, 2547, ໜ້າ
18)
ການອ່ານແມ່ນເປັນສິ່ງທີ່ຈໍາເປັນ
ແລະມີບົດຄວາມສໍາຄັນຫຼາຍຕໍ່ການສຶກສາຮໍ່າຮຽນ, ການສະແຫວງຫາຄວາມຮູ້,
ຄວາມສາມາດໃນການພັດທະນາແນວຄວາມຄິດ ການອ່ານເປັນປັດໄຈສໍາຄັນ ໃນການແລກປ່ຽນຄວາມຮູ້
ແລະຄວາມຄິດເຫັນຂອງຄົນອື່ນ ໃນການດໍາເນີນຊີວິດຂອງຄົນໃນສັງຄົມ,
ການອ່ານເຮັດໃຫ້ຄົນຮູ້ຈັກຄວາມຈິງ, ເຂົ້າໃຈຄົນອື່ນ ເຊິ່ງເປັນສ່ວນປະກອບຂອງສັງຄົມ.
ຜູ້ທີ່ອ່ານໜັງສືຈະໄດ້ຮັບຂໍ້ມູນຂ່າວສານໃນແຕ່ລະວັນ
ການອ່ານຂ່າວສານເຮັດໃຫ້ຊີວິດຂອງຄົນອ່ານມີຄວາມໝາຍ. ການອ່ານມີຄວາມສຳຄັນຕໍ່ຊີວິດມະນຸດຕັ້ງແຕ່ເກີດຈົນໃຫຍ່
ແລະຈົນກະທັ້ງເຖິງອາຍຸແກ່ເຖົ້າ ການອ່ານເຮັດໃຫ້ຮູ້ຂໍ້ມູນຂ່າວສານຕ່າງໆທົ່ວໂລກ
ເຊິ່ງປັດຈຸບັນເປັນໂລກຂອງຂໍ້ມູນຂ່າວສານ ເຮັດໃຫ້ຜູ້ອ່ານມີຄວາມສຸກ, ມີຄວາມຫວັງ
ແລະມີຄວາມຢາກຮູ້ຢາກເຫັນອັນເປັນຄວາມຕ້ອງການຂອງມະນຸດທຸກຄົນ
ການອ່ານມີຄຸນປະໂຫຍດໃນການພັດທະນາຕົນເອງກໍ່ຄື ພັດທະນາທາງດ້ານການສຶກສາ, ພັດທະນາອາຊີບ,
ພັດທະນາຄຸນນະພາບຊີວິດ ເຮັດໃຫ້ກາຍເປັນຄົນທີ່ທັນສະໄໝ, ທັນຕໍ່ເຫດການ
ແລະມີຄວາມຢາກຮູ້ຢາກເຫັນ
ການທີ່ຈະພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງກ້າວໜ້າໄດ້ຕ້ອງອາໄສປະຊາຊົນ
ທີ່ມີຄວາມຮູ້ຄວາມສາມາດເຊິ່ງຄວາມຮູ້ຕ່າງໆກໍ່ໄດ້ມາຈາກການອ່ານນັ້ນເອງ (ສວີວັນ
ຄູຫາພິນົນ, 2542, ໜ້າ 11).
ຖ້າບໍ່ໄດ້ຮັບຮູ້ຂ່າວສານໃດໆ ບໍ່ວ່າຈະເປັນຂ່າວດີ ຫຼືຂ່າວຮ້າຍ
ກໍ່ປຽບເໝືອນຄົນຫູໜວກ, ຕາບອດ ການຮັບຂ່າວສານຈາກການອ່ານ, ເຮັດໃຫ້ມີຄວາມກະຕືລືລົ້ນ, ມີຄວາມຢາກຮູ້ຢາກເຫັນ,
ມີກໍາລັງໃຈ, ມີການປັບປຸງການດໍາລົງຊີວິດ. ການອ່ານອອກ, ການອ່ານໄວກວ່າ ແລະຖືກຕ້ອງຈະເຮັດໃຫ້ໄດ້ປຽບຜູ້ຕໍ່ສູ້.
ການອ່ານບໍ່ອອກ, ອ່ານໜ້ອຍກວ່າ ຫຼືບໍ່ຮູ້ອ່ານເລີຍ
ຈະຖືກຫຼອກລວງໄດ້ງ່າຍຈາກຜູ້ທີ່ໃຊ້ເລ່ລ່ຽມ.
ສໍາລັບນັກຮຽນນັກສຶກສາທີ່ກໍາລັງສຶກສາຢູ່ການອ່ານຍິ່ງມີບົດບາດ
ແລະຄວາມສໍາຄັນທີ່ສຸດ ເພາະເປັນຊ່ວງໃນການຮຽນຮູ້
ທີ່ເປັນບາດກ້າວສໍາຄັນທີ່ຈະສ້າງໃຫ້ກາຍເປັນນັກຮຽນຮູ້ທີ່ມີຄຸນນະພາບ
ເພື່ອເພີ່ມພູນສະຕິປັນຍາໃຫ້ສະຫຼຽວສະຫຼາດມີໂລກະທັດ ແລະວິໄສທັດກວ້າງໄກ,
ຊ່ວຍລະຫງັບຄວາມເຫງົາເຮັດໃຫ້ຈິດໃຈມີສະມາທິ, ຊ່ວຍໃຫ້ເຂົ້າໃຈເລື່ອງທີ່ສົງໄສ,
ເປັນການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດກໍ່ໃຫ້ເກີດແນວຄິດສ້າງສັນການອ່ານເປັນປະໂຫຍດໃນການນໍາໄປໃຊ້ໃນຊີວິດປະຈໍາວັນ
ເຊັ່ນ: ສະຫຼາກຢາ, ປ້າຍໂຄສະນາ, ວິທີປຸງແຕ່ງອາຫານ ແລະອື່ນໆ.
ຊ່ວຍພັດທະນາແນວຄິດໃຫ້ຈະເລີນຫງອກງາມ, ເຮັດໃຫ້ຜູ້ອ່ານເຂົ້າໃຈຄົນອື່ນ,
ໄດ້ຂໍ້ຄິດປັດຊະຍາ ໃນການດໍາເນີນຊີວິດ ຕະຫຼອດເຖິງຈະລິຍະທໍາ ແລະຄຸນນະທໍາ. ຊ່ວຍກໍາຈັດຄວາມທຸກຄວາມເສົ້າຫມອງ,
ເຮັດໃຫ້ເປັນຄົນທີ່ທັນສະໄໝ, ທັນຕໍ່ເຫດການ, ຊ່ວຍປັບປຸງຕົນເອງ ເຊັ່ນ:
ປັບປຸງບຸກຄະລິກກະພາບ, ການເວົ້າຈາ, ການຮູ້ຈັກສະຫງົບອາລົມ, ການມີຄວາມອົດທົນ
ແລະການເຮັດວຽກໃຫ້ເກີດປະໂຫຍດຕໍ່ສັງຄົມ, ເພື່ອໃຫ້ເກີດຄວາມເພີດເພີນຄວາມບັນເທີງ
ແລະຊ່ວຍສະໝອງໃຫ້ສະໝອງໄດ້ເຮັດວຽກເປັນປົກກະຕິ,
ຊ່ວຍປ້ອງກັນໂລກສະໝອງເຊື່ອມໄດ້ເປັນຢ່າງດີ.
2. ຈຸດປະສົງ
1). ສຶກສາບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ
2). ສຶກສາຜົນກະທົບຕໍ່ນັກຮຽນນັກສຶກສາບໍ່ມັກອ່ານໜັງສືໃນເວລາສຶກສາຮໍ່າຮຽນ
3). ສຶກສາຫາທາງແກ້ໄຂບັນຫາເພື່ອໃຫ້ນັກຮຽນມັກອ່ານໃນເວລາຮຽນ
3. ຄໍາຖາມຄົ້ນຄວ້າ
1). ບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນຂອງນັກຮຽນນັກສຶກສາແນວໃດ?
2). ຜົນກະທົບຕໍ່ນັກຮຽນນັກສຶກສາບໍ່ມັນອ່ານໜັງສືໃນເວລາສຶກສາຮໍ່າຮຽນແນວໃດ?
3). ຄວນສົ່ງເສີມການຮຽນດ້ວຍການມັກອ່ານເປັນແນວໃດ
ເພື່ອໃຫ້ນັກຮຽນນັກສຶກສາຮັກການອ່ານ?
4. ສົມມຸດຖານ
1). ນັກສຶກສາທີ່ມັກອ່ານຈະຮຽນເກັ່ງກວ່າ,
ມີໂອກາດໃນການຮຽນຮູ້ສຶ່ງໃໝໆດີກວ່ານັກສຶກສາເດັກທີ່ບໍ່ມັກອ່ານ
2). ນັກສຶກສາເພດຜູ້ຍິງຈະມັກອ່ານຫຼາຍກວ່າເດັກຜູ້ຊາຍ
5. ຂອບເຂດຂອງການສຶກສາ
1). ດ້ານກາລະ: ສຶກສາສະເພາະໃນຊ່ວງເວລາ 2015-2016
2). ດ້ານເທສະ: ສຶກສາໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາສັງຄົມ
ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ ປີ 4
3). ດ້ານເນື້ອໃນ: ສຶກສາການອ່ານມີຜົນຕໍ່ການສຶກສາຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາສັງຄົມ
ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ ປີ 4.
6. ຜົນປະໂຫຍດທີ່ຈະໄດ້ຮັບຈາກການຄົ້ນຄວ້າ
· ຕໍ່ຕົນເອງ:
ຜົນປະໂຫຍດຈາກການສຶກສາຄັ້ງນີ້ເປັນບົດຮຽນອັນລໍ້າຄ່າ
ແລະເປັນຄວາມຮູ້ທາງວິທະຍາສາດທີ່ສາມາດນໍາໃຊ້ເຂົ້າໃນການສຶກສາຄົ້ນຄວ້າໃນຄັ້ງຕໍ່ໄປ.
· ຕໍ່ສາຂາວິຊາບັນນາຮັກສາດ ແລະສາລະສົນເທດສາດ:
ຄາດວ່າຈະເປັນແນວທາງໃນການສຶກສາຄົ້ນຄວ້າກ່ຽວກັບການອ່ານທີ່ມີຜົນຕໍ່ການສຶກສາຂອງນັກຮຽນ
ໃຫ້ແກ່ນັກສຶກສາຮຸ່ນຕໍ່ໆໄປ.
· ຕໍ່ກັບກຸ່ມເປົ້າໝາຍທີ່ສຶກສາ: ຜົນການສຶກສາໃນຄັ້ງຄາດວ່າຈະເປັນຂໍ້ມູນທີ່ສໍາຄັນ
ໃນການເອົາເປັນບ່ອນອີງໃນການຈັດຕັ້ງ ເພື່ອຫາທາງແກ້ໄຂ
ແລະເປັນການສົ່ງເສີມໃຫ້ນັກຮຽນນັກສຶກສາ
ໃຫ້ເຫັນໄດ້ເຖິງບົດບາດຄວາມສໍາຄັນຂອງການອ່ານວ່າມີຜົນແນວໃດ ການການພັດທະນາ,
ຍົກສູງຄຸນະພາບຂອງການຮຽນຮູ້, ເສີມສ້າງທັກສະໃນການອ່ານ, ການຟັງ, ການຂຽນ
ແລະການເວົ້າທີ່ດີໃຫ້ນັກສຶກສາ ແລະຍັງເປັນສ້າງປູກນິໄສໃຫ້ຄົນຮັກການອ່ານ.
· ຕໍ່ສັງຄົມ:
ຂໍ້ມູນດັ່ງກ່າວຈະເປັນພື້ນຖານບາງດ້ານໃຫ້ແກ່ຜູ້ທີ່ມີຄວາມສົນໃຈຢາກສຶກສາຄົ້ນຄວ້າກ່ຽວກັບການອ່ານບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນໃນພື້ນທີ່ອື່ນໆ.
ພາກທີ II
ແນວຄິດທິດສະດີ
1. ແນວຄວາມຄິດທີ່ກ່ຽວຂ້ອງ
1.1. ແນວຄວາມຄິດກ່ຽວກັບການສຶກສາ
ການສຶກສາເປັນຂະບວນການຮຽນຮູ້ທີ່ເປັນລະບົບ
ການສຶກສາແມ່ນ ຂະບວນວິວັດແຫ່ງການຮຽນຮູ້ສຶກສາອົບຮົມຄົນທາງດ້ານການເມືອງ,
ແນວຄິດຄຸນສົມບັດ, ສະຕິປັນຍາ, ສິລະປະ, ພະລະ, ການອອກແຮງງານເຊີ່ງມີໜ້າທີ່ຕົ້ນຕໍໃນການບໍລິການສາທາລະນະຄວາມຮູ້,ຄວາມສາມາດຢ່ງຮອບດ້ານ
ແກ່ປະຊາຊົນລາວບັນດາເຜົ່າ ເພື່ອສ້າງເງື່ອນໄຂໃຫ້ພົນລະເມືອງລາວທຸກຄົນ
ໄດ້ພັດທະນາຕົນເອງ ຢູ່ໃນສັງຄົມຢ່າງມີປະສິດທິພາບຕາມສິດ ແລະ ພັນທະຂອງຕົນ.
1.2. ແນວຄວາມຄິດກ່ຽວກັບການອ່ານ
ແນວຄວາມຄິດກ່ຽວກັບການອ່ານ ຫຼາຍທ່ານ, ຫຼາຍນັກປາດອາຈານ
ກໍ່ໃຫ້ຄວາມຄິດຄວາມເຫັນກ່ຽວກັບການອ່ານທີ່ແຕກຕ່າງກັນ
ແຕ່ສາມາດສະຫຼຸບໄດ້ເປັນແນວຄວາມລວມໆຄື: ການການອ່ານເປັນປັດໄຈສໍາຄັນ
ໃນການແລກປ່ຽນຄວາມຮູ້ ແລະຄວາມຄິດເຫັນຂອງຄົນອື່ນ ໃນການດໍາເນີດຊີວິດຂອງຄົນໃນສັງຄົມ,
ການອ່ານເຮັດໃຫ້ຄົນຮູ້ຈັກຄວາມຈິງ, ການອ່ານເຮັດໃຫ້ເຂົ້າໃຈຄົນອື່ນ
ເຊິ່ງເປັນສ່ວນປະກອບຂອງສັງຄົມ. ຜູ້ທີ່ອ່ານໜັງສືຈະໄດ້ຮັບຂໍ້ມູນຂ່າວສານໃນແຕ່ລະວັນ
ການອ່ານຂ່າວສານເຮັດໃຫ້ຊີວິດຂອງຄົນອ່ານມີຄວາມໝາຍ. ຖ້າບໍ່ໄດ້ຮັບຮູ້ຂ່າວສານໃດໆ
ບໍ່ວ່າຈະເປັນຂ່າວດີ ຫຼືຂ່າວຮ້າຍ ກໍ່ປຽບເໝືນຄົນຫູນວກ, ຕາບອດ ຈາກການຮັບຂ່າວສານຈາກການອ່ານ,
ເຮັດໃຫ້ຄວາມກະຕືລືລົ້ນມີຄວາມຢາກຮູ້ຢາກເຫັນມີກໍາລັງໃຈ, ມີການປັບປຸງການດໍາລົງຊີວິດ.
ການອ່ານອອກ, ການອ່ານໄວກ່ວາ ແລະຖືກຕ້ອງຈະໃຫ້ໄດ້ປຽບຜູ້ຕໍ່ສູ້. ການບໍ່ອອກ,
ອ່ານໜ້ອຍກວ່າ ຫຼືບໍຮູ້ອ່ານເລີຍ ຈະຖືກຫຼອກຫຼວງໄດ້ງ່າຍຈາກຜູ້ທີ່ໃຊ້ເລລຽມ.
1.3. ແນວຄວາມຄິດຜົນຂອງການອ່ານທີ່ມີຕໍ່ການສຶກສາຮໍ່າຮຽນ
ແນວຄວາມຄິດຜົນຂອງການອ່ານທີ່ມີຕໍ່ການຮຽນ
ຖື່ວ່າເປັນແນວຄວາມຄິດທີ່ຫຼາຍທ່ານນັກປາດໄດ້ໃຫ້ຄວາມຄິດ ແລະໃຫ້ຄວາມສໍາຄັນຫຼາຍ
ແນ່ນອນການສຶກສາຮໍ່າຮຽນຂອງສຶກສາຮຽນຮູ້ທຸກໆຂັ້ນ, ທຸກລະດັບ, ທຸກສາຂາອາຊີບ, ທຸກສະຖາບັນ
ແລະທຸກວຽກງານຂອງການສຶກສາ ການອ່ານມີຜົນຕໍ່ໂດຍກົງ ແລະຂາດບໍ່ໄດ້ ເພາະວ່າການອ່ານ
ກໍ່ເປັນໜຶ່ງໃນສີ ທັກສະຂອງການສຶກສາຮຽນຮູ້ຂອງມະນຸດ,
ຍິ່ງອ່ານຫຼາຍກໍ່ຍິ່ງໄດ້ຮັບຄວາມຮູ້ຫຼາຍ ກ່ຽວກັບສຶ່ງທີ່ໄດ້ອ່ານ.
ການອ່ານຍັງເປັນການເຝຶກຝົນທີ່ໄດ້ຮັບປະສິດທີພາບດີທີ່ສຸດ ຄົນຜູ້ໜຶ່ງກ່ອນຈະມີຄວາມຮູ້,
ຄວາມສາມາດ, ປະສົບການ,ໃນການເວົ້າ, ການຂຽນ ແມ່ນຜ່ານການອ່ານມາກ່ອນ
ແລະກອ່ນທີ່ຈະກາຍເປັນຮອບຮູ້ໃນເລື່ອງຕ່າງ.
ສໍາລັບນັກຮຽນນັກສຶກສາຍິ່ງມີຄວາມຈໍາເປັນໃນການເກັບກ່ຽວຄວາມຮູ້ປະສົບການຈາກການອ່ານ
ເພື່ອສ້າງພື້ນຖານຄວາມຮູ້ແບບຢືນຢົງ
ເຊິ່ງມັນເປັນຂົ້ວຕໍ່ແຫ່ງການຮຽນສິ່ງໃໝ່ໆເຂົ້າມາໃນຊີວິດຢ່າງບໍ່ຢຸດຢັ້ງ.
2. ທິດສະດີການອ່ານ
ການອ່ານທີປະສົບຜົນເລັດນັ້ນຈໍາຕ້ອງວາງເປົ້າໝາຍທີແນ່ນອນວ່າຈະອ່ານເພື່ອຫຍັງ?
ການອ່ານມີປະສິດທິພາບ ຫຼືການອ່ານເພື່ອໃຫ້ເກັງນັ້ນ ຄືອ່ານຢ່າງຖືກຕ້ອງວ່ອງໄວ,
ເຂົ້າໃຈຄວາມໝາຍ, ຈັບໃຈຄວາມໄດ້ຄບຖ້ວນ.
ຈາກນັ້ນຜູ້ອ່ານຈະຕ້ອງສຶກສາຂະບວນການອ່ານເພື່ອເປັນແນວທາງໃນການເຝິກຝົນຕໍ່ໄປ.
2.1. ທິດສະດີ SQ3R
ແບ່ງອອກເປັນ 5
ຂັ້ນຕອນຂອງການອ່ານຄື:
ກ. ຂັ້ນສໍາຫຼວດ (Survey) ໝາຍເຖິງສໍາຫຼວດເບິ່ງຜູ້ແຕ່ງ, ຊື່ເລື່ອງ, ສໍາໜັກພິມ, ຄັ້ງພິມ, ປີພິມ, ຈໍານວນໜ້າ,
ຈຸດປະສົງ ແລະແນວຄິດປຶ້ມນັ້ນ.
ຂ. ຂັ້ນຕັ້ງຄໍາຖາມ (Question): ຄືການຕັ້ງຄໍາຖາມວ່າຕ້ອງການຮູ້ສິ່ງໃດ ຈາກປຶ້ມຫົວນັ້ນ.
ຄ. ຂັ້ນຕອນອ່ານ (Read): ຄືອ່ານເພື່ອຫຍັງ?,
ຈະໄດ້ຄໍາຕອບທີ່ຕັ້ງໄວ້ແນວໃດ? ໂດຍພະຍາມຊອກຫາລາຍລະອຽດຂອງມັນ ແລະເນື້ອໃນຂອງຄໍາຖາມ.
ງ. ຂັ້ນຈົດຈໍາ (Rectify):
ເມື່ອໄດ້ຄໍາຕອບຈາກການອ່ານແລ້ວຈະຕ້ອງຈົດຈໍາ ແລະບັນທຶກໄວ້ ເພື່ອປ້ອງັກນລືມ.
ຈ. ຂັ້ນຕອນທົບທວນ (Revise):ເປັນການອ່ານເພື່ອທົບທວນວ່າຄວາມຮູ້,
ຄວາມຄິດທີ່ໄດ້ຈາກການອ່ານນັ້ນຖືກຕ້ອງພຽງໃດ
ແລະນໍາເອົາສິ່ງທີ່ອ່ານມາໄດ້ມາໃຊ້ປະໂຫຍດຕໍ່ໄປ.
2.2. ອົງປະກອບຂອງການອ່ານ
ການອ່ານແມ່ນບວນການຮໜນຮູ້
ເຊິ່ງປະກອບດ້ວຍ 5 ພາກສ່ວນ:
1.
ຜູ້ອ່ານ:
ການອ່ານຈະບໍ່ເກີດຂຶ້ນຖ້າຂາດຄົນອ່ານ
2.
ພະຍັນຊະນະ:
ຜູ້ອ່ານເຫັນຕົວພະຍັນຊະນະແລ້ວອ່ານໄດ້ ແຕ່ບໍເຂົ້າໃຈຄວາມຂອງພະຍັນຂະນະ
ຖືວ່າບໍ່ແມ່ນການອ່ານໄດ້.
3.
ຄວາມໝາຍ: ຖ້າຜູ້ອ່ານເຫັນຕົວອັກສອນ
ຊັດເຈນສາມາດເຂົ້າໃຈຄວາມໝາຍ ຈຶ່ງຖືວ່າເປັນການອ່ານແຕ່ຍັງບໍ່ສົມບູນ.
ເພາະມີພຽງທັກສະດ້ານຄວາມເຂົ້າໃຈຄໍາສັບເທົ່ນນັ້ນ.
4.
ເລືອກຄວາມໝາຍ:
ຜູ້ອ່ານເຫັນພະຍັນຊະນະ ແລະເລືອກຄວາມໝາຍທີ່ດີທີ່ສຸດ ໃນຫຼາຍໆຄວາມໝາຍຂອງຄໍາທີ່ຖືກຕ້ອງ.
ໂດຍອາໄສການພິຈາລະນາດ້ວຍເຫດ ແລະຜົນ ຖືກຕ້ອງຈຶ່ງຖືວ່າເປັນການອ່ານທີ່ສົມບູນ.
5.
ການນໍາໄປໃຊ້:
ການອ່ານທີຈະມີຄວາມສົມບູນທີ່ສຸດ ກໍ່ຕໍ່ເມື່ອຜູ້ອ່ານມີຂະບວນການອ່ານທີ່ຕໍ່ເນື່ອງ.
ຄືຜູ້ອ່ານເຫັນພະຍັນຊະນະ, ເຂົ້າໃຈຄວາມໝາຍ, ສາມາດເລືອກຫາຄວາມໝາຍທີ່ດີ
ແລະສາມາດນໍາໄປໃຊ້ໃນຊີວິດປະຈໍາວັນກໍ່ໃຫ້ເກີດປະໂຫຍດ ຕໍ່ຕົນເອງ ແລະສັງຄົມ.
3. ນະໂຍບາຍການສຶກສາຂອງລາວ
ລັດຖືເອົາການສຶກສາເປັນວຽກງານໃຈກາງຂອງການພັດທະນາຊັບພະຍາກອນມະນຸດ,ຖືສຳຄັນການພັດທະນາຄົນທາງດ້ານຄຸນສົມບັດສິນທຳປະຕິວັດ,ຊີວະທັດ
ແລະ ໂລກະທັດ ວຶທະຍາສາດ ແລະ ກ້າວໜ້າ
ກໍ່ຄືສ້າງຄົນໃຫ້ມີຄວາມຮູ້ຄວາມສາມາດ,ຮູ້ຄົ້ນຄິດ,ມີວິຊາຊີບ,ສ້າງສັງຄົມໃຫ້ເປັນສັງຄົມແຫ່ງການຮຽນຮູ້,ເສດຖະກິດແຫ່ງພູມປັນຍາເທື່ອລະກ້າວ.
ລັດເອົາໃຈໃສ່ຂະຫຍາຍການສຶກສາກ່ອນໄວຮຽນ
ແລະ ຜູ້ຊົນປະຕິບັດການສຶກສາ ຊັ້ນປະຖົມສົມບູນພາກບັງຄັບໃຫ້ສຳເລັດຕາມຄາດໝາຍ.
ລັດເພີ່ມທະວິການລົງທືນໃຫ້ແກ່ການສຶກສາ
ແລະ ຖືເປັນບູລິມະສິດຂອງລາຍຈ່າຍງົບປະມານແຫ່ງລັດ.
ລັດ ແລະ
ສັງຄົມຕັ້ງໜ້າພັດທະນາການສຶກສາແຫ່ງຊາດໃຫ້ມີຄຸນນະພາບ,ສ້າງໂອກາດ
ໃຫ້ປະຊາຊົນໄດ້ຮັບການສຶກສາຢ່າງທົ່ວເຖິງ
ໂດຍສະເພາະປະຊາຊົນຢູ່ເຂດຫ່າງໄກສອກຫຼີກ,ແມ່ຍີງ,ເດັກນ້ອຍ ແລະ ຜູ້ດ້ອຍໂອກາດ
ພ້ອມທັງສ້າງເງື່ອນໄຂໃຫ້ພົນລະເມືອງລາວໄດ້ຮ່ຳຮຽນວິຊາຊີບຫຼາຍຂື້ນ.
ລັດສົ່ງເສີມ ແລະ
ຊຸກຍູ້ໃຫ້ບຸກຄົນ,ການຈັດຕັ້ງຕ່າງໆ ລວມທັງເອກະຊົນພາຍໃນ ແລະ ຕ່າງປະເທດ
ລົງທືນເຂົ້າໃນການພັດທະນາການສຶກສາແຫ່ງຊາດ ດ້ວຍນະໂຍບາຍຕ່າງໆ
ເປັນຕົ້ນແມ່ນນະໂຍບາຍສິນເຊື່ອ,ຍົກເວັ້ນ ຫຼື ຫຼຸດຜ່ອນພາສີ,ອາກອນຕາມລະບຽບກົດໝາຍ.
ມາດຕາ4: ການປົກປ້ອງສິດ ແລະ ຜົນປະໂຫຍດໃນການສຶກສາ
ລັດປົກປ້ອງສິດ
ແລະ ຜົນປະໂຫຍດອັນຊອບທຳ ຂອງບຸກຄະລາກອນການສຶກສາ,ໂຮງຮຽນ ແລະ ສະຖາບັນການສຶກສາ
ທີ່ເຄື່ອນໄຫວຖືກຕ້ອງຕາມກົດໝາຍ,ປົກປ້ອງສິດ ແລະ
ຜົນປະໂຫຍດອັນຊອບທຳຂອງນັກຮຽນ,ນັກສຶກສາຄູ ແລະ
ນັກຄົ້ນຄ້ວາລວມທັງຊາວຕ່າງປະເທດທີ່ມາສວຶສາຄົ້ນຄ້ວາ ແລະ ປະຕິບັດໜ້າທີ່ຢູ່ ສປປ ລາວ
ຕາມລະບຽບກົດໝາຍ.
ມາດຕາ 5: ການສົ່ງເສີມການສຶກສາ
ການສຶກສາເປັນພາລະກິດຂອງມະຫາຊົນ.
ລັດມີຄວາມຮັບຜິດຊອບໂດຍກົງຕໍ່ການພັດທະນາການສຶກສາແຫ່ງຊາດ. ພ້ອມກັນນັ້ນ ລັດກໍ່ສົ່ງເສີມໃຫ້ທຸກພາກສ່ວນເສດຖະກິດລົງທຶນ
ແລະ ປະກອບສ່ວນເຂົ້າໃນການສຶກສາ ດ້ວຍນະໂຍບາຍສິນເຊື່ອ ແລະ
ນະໂຍບາຍຍົກເວັ້ນພາສີອາກອນຢ່າງເໝາະສົມ ພ້ອມທັງສ້າງເງື່ອນໄຂສະດວກ
ເຮັດໃຫ້ການສຶກສາມີຄຸນນະພາບ ແລະ ຂະຫຍາຍຕົວຢ່າງທົ່ວເຖິງ.
ໃນການພັດທະນາການສຶກສາ
ລັດເອົາໃຈໃສ່ຕໍ່ຊົນເຜົ່າທີ່ຢູ່ຫ່າງໄກສອກຫລິກ, ເພດຍິງຜູ້ທີ່ດ້ອຍໂອກາດຕໍ່ການສຶກສາ
ແລະ ຜູ້ທີ່ມີພອນສະຫວັນ.
3.1. ການສົງເສີມການອ່ານ ແລະການຮຽນຮູ້
ສຸຂຸມ ສະເລີຍທັບ (2529 : 184) ໄດ້ໃຫ້ຄວາມໝາຍຂອງການສົ່ງເສີມການອ່ານໄວ້ວ່າການສົ່ງເສີມການອ່ານໝາຍເຖິງການຈັດຈິດຈະກໍາຕ່າງໆ
ເພື່ອສະໜັບສະໝູນທັກສະຕ່າງໆທີ່ຈະຈູງໃຈໃຫ້ຢາກຮູ້ຢາກອ່ານຈົນເປັນນິໄສຮັກການອ່ານ
ແລະນິໄສດັ່ງກ່າວຈະເຮັດໃຫ້ເກີດຄວາມຮູ້,
ຄວາມເຂົ້າໃຈຢ່າງກ້ວາງຂວາງອັນຈະສົ່ງຜົນຕໍ່ຄວາມສໍາເລັດໃນການດໍາລົງຊີວິດຂອງບຸກຄົນນັ້ນໆ
ນຸຊະລີ ຕຣີໂລດວົງ
(2528 : 67) ໄດ້ເວົ້າໄວ້ວ່າການສົ່ງເສີມການອ່ານເປັນການສ້າງແຮງຈູງໃຈໃນການອ່ານ,
ອ່ານຢ່າງຕໍ່ເນື່ອງ, ອ່ານຈົນເປັນນິໄສ
ແລະອ່ານໃນສິ່ງທີ່ມີປະໂຫຍດທີ່ຈະພັດທະນາທາງດ້ານຈິດໃຈ, ອາລົມ, ສັງຄົມ
ແລະສະມັດຕະພາບແຫ່ງຕົນ
ດັ່ງນັ້ນພໍສະຫຼຸບຄວາມໝາຍຂອງການສົ່ງເສີມການອ່ານໄດ້ວ່າ
ການສົ່ງເສີມການອ່ານ ໝາຍເຖິງການການຈູງໃຈເພື່ອໃຫ້ຄົນອ່ານໜັງສືໂດຍຈັດກິດຈະກໍາຕ່າງໆໃຫ້ບຸກຄົນສົນໃຈການອ່ານ,
ເຫັນຄຸນຄ່າຂອງການອ່ານ ໄດ້ອ່ານຢ່າງຕໍ່ເນື່ອງຈົນມີນິໄສຮັກການອ່ານ
ແລະນໍາຄວາມຮູ້ຄວາມຄິດທີ່ໄດ້ຈາກການອ່ານໄປໃຊ້ໃຫ້ເປັນປະໂຫຍດຕໍ່ຕົນເອງ ແລະສັ່ງຄົມ.
ການສົ່ງເສີມການອ່ານ
ເພື່ອການກະຕຸ້ນໃຫ້ຜູ້ອ່ານມີນິໄສຮັກການອ່ານ ເຫັນຄວາມສໍາຄັນຂອງການອ່ານ,
ມີຄວາມສາມາດໃນການອ່ານ, ຮູ້ຈັກສະແຫວງຫາຄວາມຮູ້ ແລະປະສົບການຈາກການອ່ານດ້ວຍຕົນເອງ
ຈະເປັນນິໄສລັກສະນະທີສໍາຄັນ ຂອງກິດຈະກໍາການສົງເສີມການອ່ານທີ່ດີ
ທີສ້າງຄວາມສົນໃຈຈູງໃຈໃຫ້ຢາກອ່ານພັດທະນາການອ່ານ ຂອງຕົນ
ແລະສະໜຸກສະໜານບໍ່ໃຊ້ເວລາຫຼາຍເກີນໄປເຮັດໃຫ້ຜູ້ຄົນມີສວ່ນຮວມກໍ່ໃຫ້ເກີດແນວຄິດສ້າງສັນ
ເຊິ່ງເປັນການສ້້າງຄຸນນະສົມບັດທີ່ດີຂອງຜູ້ສ້າງກິດຈະກໍາເສີມການອ່ານ
ຈະຕ້ອງຮັກການອ່ານ, ຮັກເດັກ, ມີມະນຸດສໍາພັນ, ມີສິນລະປະ, ສ່າງສັງເກດ,
ເວົ້າຄ່ອງແຄ້ວຖືກຕ້ອງຊັດເຈນ, ມີີຄວາມຄິດລິເລີ່ມຮັບຜິດຊອບສຶກສາຄົ້ນຄວ້າ
ຮູບແບບຂອງກິດຈະກໍາສົ່ງເສີມການອ່ານທີ່ເໝາະສົມເຊັ່ນ: ການເລົ່ານິທານ, ການສະແດງລະຄອນ,
ການຫຼິ້ມເກມ ແລະຈັດມນິເທດສະການອື່ນໆ.
ໃນການສົ່ງເສີມການອ່ານແນ່ນອນວ່າ
ເມື່ອຄົນໄດ້ອ່ານຫຼາຍກໍ່ສາມາດຮຽນຮູ້ຫຼາຍຈາກການທີ່ໄດ້ອ່ານໃນແຕ່ລະຄັ້ງ
ກໍ່ປຽບເໝືອນການເກັບກ່ຽວເອົາຄວາມຮູ້,
ປະສົບການຂອງຄົນອື່ນທີ່ໄດ້ຖ່າຍທອດຄວາມຮູ້ປະສົບການລົງໄປ ໃນປຶ້ມ,
ເອກະສານໃນຮູບແບບຕ່າງໆ ໄວ້ໃຫ້ຄົນທີ່ອ່ານໄດ້ເກັບກ່ຽວເອົາໝາກຜົນສໍາເລັດດັ່ງກ່າວ
ໃນປະສົບການທີ່ນັກປາດ, ຄູ່ອາຈານ ແລະຜູ້ຄຸນສົງວຸດທິ ໄດ້ຖ່າຍທອດລົງໄປນັ້ນ
ມີທັງປະສົບການ ທີ່ປະສົບຜົນສໍາເລັດ ແລະລົ້ມເຫຼວ ເພື່ອໃຫ້ເຮົາສາມາດຮັບຮູ້
ແລະທໍາຄວາມເຂົ້າໃຈກ່ຽວການຮຽນຮູ້ໄປທັງສອງດ້ານໄປພ້ອມໆກັນ
ປະສົບການໃດທີ່ມີຜົນສໍາເລັດເຮົາກໍ່ຄວນເອົາໄປເປັນແບບຢ່າງ
ແລະປະຍຸກໃຊ້ກັບການຮຽນຮູ້ໃນດ້ານຕ່າງໆໄດ້ເຊັ່ນ: ດ້ານການສຶກສາຮໍ່າຮຽນ,
ດ້ານການຄົ້ນຄວ້າວິໄຈ, ດ້ານເສດຖະກິດ, ການເມືອງ, ວິທະຍາສາດ ແລະສັງຄົມ.
ສ່ວນປະສົບການໃດທີ່ປະສົບກັບຄວາມລົ້ມເຫຼວເຮົາກໍ່ຕ້ອງຮຽນຮູ້ ເພືອເອົາເປັນຮຽນ
ແລະເປັນກະຕິເຕືອນໃຈ ເພື່ອບໍ່ໃຫ້ເດີນທາງຜິດປາດ ທີ່ຈະນໍາໄປສູ່ຄວາມລົ້ມເຫຼວດັ່ງກ່າວ.
3.2. ການອ່ານໜັງສືທີ່ດີ
ວິທີອ່ານນັງສືທີ່ດີຂອງທ່ານ (ວະລີລັກ ບຸນຍະການຈົນ, 2547, ໜ້າ 112-113)
ມີຂັ້ນຕອນ ດັ່ງນີ້:
1. ອ່ານທັງຫຍໍ້ໜ້າ ການຝຶກອ່ານທັງຫຍໍ້ໜ້າຄວນປະຕິບັດ ດັ່ງນີ້:
- ພະຍາຍາມຈັດຈຸດສໍາຄັນຂອງເນື້ອຫາໃນຫຍໍ້ໜ້ານັ້ນ
- ພະຍາຍາມຖາມຕົວເອງວ່າສາມາດຕັ້ງຊື່ເລື່ອງແຕ່ລະຫຍໍ້ໜ້າໄດ້
ຫຼືບໍ່
- ເບິ່ງລາຍລະອຽດນັ້ນວ່າມີຫຍັງແດ່ທີ່ສໍາພັນກັບຈຸດສໍາຄັນ,
ມີຫຍັງແດ່ທີ່ບໍ່ກ່ຽວຂ້ອງ ແລະມີຫຍັງແດ່ທີ່ກ່ຽວຂ້ອງ, ກ່ຽວຂ້ອງກັນແນວໃດ
- ແຕ່ລະເລື່ອງຕິດຕໍ່ກັນ ຫຼືບໍ່ ແລະຮູ້ໄດ້ແນວໃດວ່າຕິດຕໍ່ກັນ
- ວິທີການຂຽນຂອງຜູ້ຂຽນມີຫຍັງແດ່ທີ່ເສີມຈຸດສໍາຄັນເຂົ້າກັບຈຸດຍ່ອຍ
2. ສໍາຫຼວດຕໍາລາ ຫຼືໜັງສືນັ້ນໆກ່ອນທີ່ຈະເຮັດການອ່ານແທ້
ດັ່ງນີ້:
- ເບິ່ງສາລະບານ, ຄໍານໍາ ເພື່ອໃຫ້ຮູ້ວ່າໃນເຫຼັ້ມນັ້ນໆມີເນື້ອໃນຫຍັງແດ່
- ກວດເບິ່ງບົດທີ່ຈະອ່ານວ່າມີຫົວຂໍ້ຫຍັງແດ່
- ອ່ານຄໍານໍາຂອງໜັງສື ແລະບົດນໍາໃນແຕ່ລະບົດດ້ວຍ
- ພະຍາຍາມຕັ້ງຄໍາຖາມແລ້ວຄົ້ນຫາຄໍາຕອບຢ່າງຄ້າວໆ
3. ອ່ານເປັນບົດໆ
ຫຼັງຈາກໄດ້ເຮັດການສໍາຫຼວດໜັງສືແລ້ວ
ຜູ້ອ່ານຈະໄດ້ຄວາມຮູ້ກ່ຽວກັບຜູ້ແຕ່ງ, ພູມຫຼັງຕະຫຼອດຈົນຄວາມມຸ້ງໝາຍໃນການແຕ່ງໜັງສື
ແລ້ວຈຶ່ງເລີ່ມອ່ານໜັງສືເປັນບົດໆ ໂດຍປະຕິບັດດັ່ງນີ້:
- ອ່ານເທື່ອລະບົດໂດຍບໍ່ຢຸດຈົນຈົບບົດ
ອາດຈະຢຸດເພື່ອຈົດບັນທຶກໃຈຄວາມສໍາຄັນແດ່ ໃນບາງຄັ້ງກໍໄດ້
- ອ່ານບົດເກົ່າອີກຄັ້ງ ເລືອກອ່ານສະເພາະຫົວຂໍ້
ແລະປະໂຫຍກທໍາອິດຂອງແຕ່ລະຫຍໍ້ໜ້າ ຖ້າອ່ານແລ້ວຍັງບໍ່ເຂົ້າໃຈ
ກໍ່ອ່ານຂໍ້ຄວາມໃນແຕ່ລະຫຍໍ້ໜ້າໃໝ່ ຖ້າອ່ານປະໂຫຍກທໍາອິດແລ້ວຈື່ໄດ້ວ່າ
ມີເນື້ອຄວາມຫຍັງແດ່ທີ່ຜ່ານໄປຍັງຫຍໍ້ໜ້າອື່ນໄດ້
- ຈົດບັນທຶກ ເພື່ອຕອບຄໍາຖາມທີ່ຕັ້ງໄວ້ຕອນທໍາອິດ
4. ການອ່ານແບບຂ້າມ ຫຼືອ່ານແບບຄ້າວໆ
ການອ່ານແບບຂ້າມ
ຫຼືອ່ານແບບຄ້າວໆ ມີໄດ້ໃຫ້ຄວາມເຂົ້າໃຈຫຍັງແດ່ຫຼາຍທີ່ສຸດ ຈະໃຊ້ໄດ້ດີ ຕໍ່ເມື່ອ:
- ຕ້ອງການຮູ້ຂໍ້ຄວາມບາງຢ່າງເທົ່ານັ້ນ ເຊັ່ນ: ໝາຍເລກໂທລະສັບ,
ຄວາມໝາຍຂອງຄໍາໃດຄໍາໜຶ່ງ
- ຕ້ອງການຮູ້ວ່າຄວນອ່ານທັງໝົດ ຫຼືບໍ່
ຊ່ວຍໃຫ້ຮູ້ຄ້າວໆວ່າໃນແຕ່ລະບົດເປັນແນວໃດ ເພາະເປັນການອ່ານສະເພາະຫົວຂໍ້
ຫຼືຂໍ້ສະຫຼຸບເທົ່ານັ້ນ
5. ສະສົມປະສົບການ ແລະ ຄໍາສັບໃຫ້ຫຼາຍທີ່ສຸດ
3.3. ການເຝິກການອ່ານ
ການອ່ານແມ່ນຂະບວນການທີ່ຕ້ອງມີການເຝິກຢ່າງເປັນລະບົບ
ເພາະການອ່ານເປັນທັດສະທີ່ສາມາດເຝິກຝົນໄດ້ ຂະບວນການອ່ານມີປະສິດທິພາບ ແລະ
ມີຫຼາຍຮູບແບບທີ່ຜູ້ອ່ານສາມາດເລືອກໃຊ້ແລ້ວແຕ່ຄວາມເໝາະສົມ
ຂຶ້ນຢູ່ກັບຈຸດປະສົງຂອງການອ່ານ ແລະປະເພດຂອງການອ່ານ.
1.
ຈຸດປະສົງການອ່ານເຊັ່ນ: ຕ້ອງການຄວາມຮູ້, ຄວາມບັນເທິງ ແລະອື່ນໆ
2.
ສ້າງຄວາມເຂົ້າໃຈກັບລັກສະນະເນື້ອໃນ ທີ່ຈະເອົາ ຕົວຢ່າງ: ຂ່າວ, ບົດຄວາມ, ຕໍາລາ.
ເພາະແຕ່ລະປະເພດມີລັກສະນະແຕກກັນ ໃນການສະເໜີເນື້ອໃນຄໍາສັບ ແລະຕິກນິກການຂຽນ.
3.
ຜູ້ອ່ານຄວນສ້າງຄວາມເຂົ້າໃຈກ່ຽວກັບຂໍ້ມູນ,
ກ່ຽວກັບຜູ້ແຕ່ງ, ເວລາທີ່ແຕ່ງ, ເວລາຈັດພິມ, ຈໍານວນຄັ້ງມລທີ່ພິມ, ສະຖານທີ່ພິມ
ແລະປີພິມ.
4.
ອ່ານຢ່າງມີສະຕິເມື່ອກໍານົດຈຸດປະສົງຂອງການອ່ານ, ສ້າງຄວາມເຂົ້າໃຈກ່ຽວກັບເນື້ອໃນ
ພະຍາຍາມໃຫ້ມີສະມາທິ ເພາະສະມາທິຈະຊ່ວຍໃຫ້ຄວາມຄິດຂອງຕົນຈື່ໄດ້ງ່າຍ.
5.
ທວນຄືນເວລາອ່ານຈົບແລ້ວ ເພື່ອໃຫ້ຮູ້ວ່າໄດ້ຫຍັງແດ່ຈາກສິ່ງທີ່ອ່ານ
ຖ້າຍັງບໍ່ໄດ້ໃຫ້ກັບຄືນອ່ານອີກ ຈາກນັ້ນຈົດບັນເພື່ອປ້ອງກັນລືມ.
3.4. ຈຸດປະສົງຂອງການອ່ານ
(ກະຊວງສຶກສາທິການ,
2546, ໜ້າ 9) ໄດ້ເວົ້າກ່ຽວກັບການຈຸດປະສົງຂອງການອ່ານວ່າ:
1. ອ່ານເພື່ອຄວາມຮູ້ໄດ້ແກ່:
ການອ່່ານຈາກໜັງສືຕໍາລາທາງວິຊາການ,ສາລະຄະດີທາງວິຊາການ, ການວິໃຈປະເພດຕ່າງໆ ຫຼື
ການອ່ານຜ່ານສື່ອີເລັກໂທນິກ ຄວນອ່ານຢ່າງຫຼາກຫຼາຍ ເພາະຄວາມຮູ້ໃນວິຊາໜື່ງ
ອາດນຳໄປຊ່ວຍເສີມໃນອິກວິຊາໜຶ່ງໄດ້.
2. ອ່ານເພື່ອບັນເທິງໄດ້ແກ່:
ການອ່ານຈາກໜັງສືປະເພດສາລະຄະດີທ່ອງທ່ຽວ, ນະວະນິຍາຍເລື່ອງສັ້ນ, ເລື່ອງແປ, ກາຕູນ,
ບົດປະພັນ, ບົດເພງ ແລະອື່ນໆ.
3. ອ່ານເພື່ອຮູ້ຂ່າວສານຄວາມຄິດໄດ້ແກ່:
ການອ່ານຈາກໜັງສືປະເພດບົດຄວາມ,ບົດວິຈານ,ຂ່າວ,ລາຍງານການປະຊຸມ
ຖ້າຈະໃຫ້ເກີດປະໂຫຍດຢ່າງແທ້ຈິງຈະຕ້ອງເລືອກອ່ານໃຫ້ຫຼາກຫຼາຍບໍ່ເຈາະຈົງສະເພາະສື່ທີ່ນຳສະເໜີກົງກັບຄວາມຄິດຂອງຕົນ
ເພາະຈະເຮັດໃຫ້ໄດ້ມູມມອງທີ່ກ້ວາງຂື້ນຊ່ວຍໃຫ້ມີເຫດຜົນອື່ນໆ ມາປະກອບການວິຈານ ແລະ
ວິເຄາະໄດ້ຫຼາຍຂຶ້ນ.
4.
ອ່ານເພື່ອຈຸດປະສົງສະເພາະທາງແຕ່ລະຄັ້ງໄດ້ແກ່:
ການອ່ານທີ່ບໍ່ໄດ້ເຈາະຈົງ ແຕ່ເປັນການອ່ານໃນເລື່ອງທີ່ຕົນສົນໃຈ ຫຼື ຢາກຮູ້ເຊັ່ນ:
ການອ່ານປະກາດຕ່າງໆ, ການອ່ານໂຄສະນາ, ແຜ່ນພັບ, ປະຊາສຳພັນ, ຂ່າວສັງຄົມ, ຂ່າວບັນເທິງ,
ຂ່າວກິລາການອ່ານປະເພດນີ້ມັກໃຊ້ເວລາບໍດົນ ສ່ວນໃຫ່ຍເປັນການອ່ານເພື່ອໃຫ້ໄດ້ຄວາມຮູ້
ແລະ ໄປນຳໃຊ້ ຫຼື ນຳໄປເປັນຫົວຂໍ້ສົນທະນາເຊື່ອມໂຍງການອ່ານສູ່ການວິເຄາະ
ແລະຄິດວິເຄາະບາງຄັ້ງກໍ່ອ່ານໃຊ້ເວລາວ່າງໃຫ້ເປັນປະໂຫຍດ.
3.5. ຜົນປະໂຫຍດຂອງການອ່ານ
ການອ່ານມີປະໂຫຍດຕໍ່ມະນຸດ ມະນຸດເກີດມາຕ້ອງພົບກັບການອ່ານ ບໍ່ວ່າຈະເປັນການອ່ານດ້ວຍຕົນເອງ
ຫຼືຄົນອື່ນອ່າໃຫ້ຟັງ (ອ່ານບໍ່ອອກ) (ປຣະ ພັດສອນ ເສວິກຸລ, 2544,14)
ກ່າວເຖິງປະໂຫຍດຂອງການອ່ານວ່າ
ເມື່ອເຮົາເປັນນັກອ່ານເຮົາຈະນໍາປະໂຫຍດຈາກອ່ານໄປໃຊ້ໃຫ້ມີຄຸນະພາບ
ເມື່ອມີນັກອ່ານທີ່ມີຄຸນະພາບ ແລະຈະເກີດມີນັກຂຽນທີ່ມີຄຸນະພາບຂຶ້ນ
(ເສກສັນ ປຣາເສີດກຸນ, 2536, 22)
ແລະຍັງເວົ້າເຖິງຄວາມສໍາຄັນຂອງການອ່ານຕໍ່ມະນຸດວ່າ:
3.5.1. ການອ່ານມີປະໂຫຍກຕໍ່ຊີວິດມະນຸດ
ຕັ້ງແຕ່ເກີດມະນຸດຕ້ອງພົບກັບການອ່ານມະນຸດເກີດມາຕ້ອງພົບກັບການອ່ານ
ບໍ່ວ່າຈະເປັນການອ່ານດ້ວຍຕົນເອງ ຫຼືຄົນອື່ນອ່າໃຫ້ຟັງ ເພາະອ່ານບໍ່ອອກ ມະນຸດຈະຕ້ອງອ່ານໄປເຖິງອາຍຸທີ່ຕົນເອງອ່ານບໍ່ໄດ້.
ເຊິ່ງປະໂຫຍກຂອງການອ່ານມີດັ່ງນີ້:
1) ເພື່ອໃຫ້ເກີດຄວາມເພີດເພີນຄວາມບັນເທິງ
2) ເພື່ອເພີ່ມພູນສະຕິປັນຍາໃຫ້ສະຫຼຽວສະຫຼາດມີໂລກະທັດ
ແລະວິໄສທັດກ້ວາງໄກ
3) ຊ່ວຍລັບຫງັບຄວາມເຫົງາເຮັດໃຫ້ຈິດໃຈມີສະມາທິ
4) ຊ່ວຍໃຫ້ເຂົ້າເລື່ອງທີ່ສົງໄສ
5) ເປັນການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດກໍ່ໃຫ້ເກີດແນວຄິດສ້າງສັນ
6) ການອ່ານເປັນປະໂຫຍດໃນການນໍາເປັນໃຊ້ໃນຊີວິດປະຈໍາວັນ
ເຊັ່ນ: ສະລາກຢາ, ປ້າຍໂຄສະນາ, ວິທີປັບແຕ່ງອາຫານ ແລະອື່ນໆ.
7) ຊ່ວຍພັດທະນາແນວຄິດໃຫ້ຈະເລີນງອກງາມ,
ເຮັດໃຫ້ຜູ້ອ່ານເຂົ້າໃຈຄົນອື່ນ, ໄດ້ຂໍ້ຄິດປັດສະຍາ ໃນການດໍາເນີດຊີວິດ ຕະຫຼອດເຖິງຈະລິຍະທໍາ
ແລະຄຸນນະທໍາ.
8) ຜູ້ອ່ານເກີດຄວາມເມດຕາກະລຸນາ,
ອວບອອ້ມອາລີ, ເອື້ອເຝື້ອເພື່ອແຜ່ ຕໍ່ມະນຸດ ແລະສັດ.
9) ຊ່ວຍກໍາຈັດຄວາມທຸກຄວາມເສົ້າມອງ
10) ເຮັດໃຫ້ເປັນຄົນທີ່ທັນສະໄໝ ທັນຕໍ່ເຫດການ
11) ຊ່ວຍປັບປຸ່ງຕົນເອງ ເຊັ່ນ: ປັບປຸ່ງບຸກຄະລິກກະພາບ, ການເວົ້າຈາ,
ການຮູ້ຈັກສະຫງົບອາລົມ, ການມີຄວາມອົດທົນ ແລະການເຮັດວຽກໃຫ້ເກີດປະໂຫຍດຕໍ່ສັງຄົມ ແລະ ຊ່ວຍສະໝອງໃຫ້ສະໝອງໄດ້ເຮັດວຽກ
ເປັນປົກກະຕິຊ່ວຍປ້ອງກັນ ໂລກສະໝອງເຊື່ອມໄດ້ເປັນຢາງດີ
(ສີຣັຕນ ເຈີງກີ່ນຈັນ, 2536, ໜ້າ 6) ທ່ານໄດ້ເວົ້າ ເຖິງປະໂຫຍດຂອງການອ່ານຕໍ່ມະນຸດວ່າ:
1. ເປັນການສະໜອງຄວາມຕ້ອງການຂອງມະນຸດ
2. ເຮັດໃຫ້ມະນຸດເກີດຄວາມຮູ້ ແລະ
ທັກສະຕ່າງໆຕະຫຼອດຈົນເຖີງຄວາມກ້າວໜ້າທາງວິຊາຊີບ
3. ເຮັດໃຫ້ມະນຸດເກີດຄວາມຄິດສ້າງສັນ, ຄວາມເພີດເພີນບັນເລີງໃຈ
ແລະເກີດມີຄວາມບັນດານໃຈ
4. ເປັນການໃຊ້ເວລາວ່າງໃຫ້ເກີດປະໂຫຍດ
5. ເປັນການສົ່ງເສີມສຸຂະພາບຂອງມະນຸດ
6. ເຮັດໃຫ້ມະນຸດທັນຕໍ່ເຫດການເຄື່ອນໄຫວຕ່າງໆຂອງໂລກ
7. ຊ່ວຍໃຫ້ມະນຸດແກ້ປັນຫາສັງຄົມ,ການເມືອງ,ເສດຖະກິດ
ແລະປັນຫາສ່ວນຕົວ
ສະຫຼຸບ: ການແມ່ນມີຄວມສໍາຄັນຫຼາຍ ເພື່ອເພີ່ມພູນສະຕິປັນຍາໃຫ້ສະຫຼຽວສະຫຼາດມີໂລກະທັດ
ແລະວິໄສທັດກ້ວາງໄກ, ຊ່ວຍພັດທະນາແນວຄິດ, ເຮັດໃຫ້ເປັນຄົນທີ່ທັນສະໄໝ ທັນຕໍ່ເຫດການ,
ຊ່ວຍປັບປຸງຕົນເອງ ເຊັ່ນ: ປັບປຸງບຸກຄະລິກກະພາບ, ການເວົ້າຈາ, ການຮູ້ຈັກສະຫງົບອາລົມ,
ການມີຄວາມອົດທົນ ແລະການເຮັດວຽກໃຫ້ເກີດປະໂຫຍດຕໍ່ສັງຄົມໃຫ້ຈະເລີນງອກງາມ ຊ່ວຍລະຫງັບຄວາມເຫົງາເຮັດໃຫ້ຈິດໃຈມີສະມາທິ,
ຊ່ວຍໃຫ້ເຂົ້າໃຈເລື່ອງທີ່ສົງໄສ,
ເປັນການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດກໍ່ໃຫ້ເກີດແນວຄິດສ້າງສັນການອ່ານເປັນປະໂຫຍດໃນການນໍາໄປໃຊ້ໃນຊີວິດປະຈໍາໄດ້.
3.5.2. ການອ່ານກັບຊີວິດປະຈໍາວັນ
ການອ່ານໜັງສືມີຄວາມສໍາຄັນໃນຊີວິດປະຈໍາວັນ ບໍວ່າຈະເປັນການດໍາເນີນຊີວິດປະຈໍາວັນ,
ການປະກອນອາຊີບ ຫຼືການສຶກສາຮໍ່າຮຽນ ໃນໂຮງຮຽນມີຄວາມຈໍາເປັນຕ້ອງອ່ານຢູ່ສະເໝີ
ເພື່ອສືກສາຫາຄວາມຮູ້, ເພື່ອສະດວກ ແລະມີປະສິດຕິພາບຂອງການເຮັດວຽກ
ເຖິງວ່າ ຈະມີສື່ມວນສົນອື່ນໆ ເຊັ່ນ: ວິທະຍຸ, ໂທລະພາບ ແລະສື່ອື່ນໆ
ເຊິ່ງສະເໜີຂ່າວສານຕ່າງໆໄດ້ວ່ອງໄວແລະທັນສະໄໝທັນຕໍ່ເຫດການກໍ່ຕາມ
ຄົນກໍ່ຍັງຕ້ອງການອ່ານ ເພາະວ່າປຶ້ມຈະໃຫ້ລາຍລະອຽດ ຫຼາບກວ່າ
ແລະບໍ່ຈໍາກັດເວລາຄົນຈະອ່ານໜັງສື່ຢູ່ມສ່ ເວລາໃດກໍ່ໄດ້ແລ້ວແຕ່ສະດວກ ແລະປຶ້ມນັບມື້ນັບຫຼາຍຂຶ້ນເລື້ອຍໆ.
ການການອ່ານເປັນປັດໄຈສໍາຄັນ ໃນການແລກປ່ຽນຄວາມຮູ້ ແລະຄວາມຄິດເຫັນຂອງຄົນອື່ນ
ໃນການດໍາເນີດຊີວິດຂອງຄົນໃນສັງຄົມ, ການອ່ານເຮັດໃຫ້ຄົນຮູ້ຈັກຄວາມຈິງ,
ການອ່ານເຮັດໃຫ້ເຂົ້າໃຈຄົນອື່ນ ເຊິ່ງເປັນສ່ວນປະກອບຂອງສັງຄົມ. ຜູ້ທີ່ອ່ານໜັງສືຈະໄດ້ຮັບຂໍ້ມູນຂ່າວສານໃນແຕ່ລະວັນ,
ໄດ້ຮັບຄວາມບັນເທິງ, ມີການຄົ້ນຫາແນວຄິດໃໝ່ໆ ແລະຍັງເປັນປັບປຸ່ງບຸກຄະລິກກະພາບ ເຊິ່ງການອ່ານຂ່າວສານເຮັດໃຫ້ຊີວິດຂອງຄົນອ່ານມີຄວາມໝາຍ.
ພາກທີ III
ວິທີການສຶກສາ
1. ຮູບແບບການສຶກສາ
ການສຶກສໃນຄັ້ງນີ້
ແມ່ນການສຶກສາທີ່ນໍາໃຊ້ວິທີສຶກສາ ແບບປະລິມານ ປະສົມກັບວິທີຄຸນະພບ,
ໂດຍການນໍາໃຊ້ແບບສອບຖາມ ແລະສໍາພາດເປັນເຄືື່ອງມືສຶກສາເກັບກໍຂໍ້ມູນ
ຈາກນັກສຶກສາກ່ຽວກັບບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ,
ຄວາມສໍາຄັນຂອງການອ່ານ, ຜົນຂອງການອ່ານ, ຈຸດປະສົງຂອງການອ່ານ, ປະໂຫຍດຂອງການອ່ານ,
ຜົນເສຍຈາກການບໍ່ມັກອ່ານ ແລະຫາທາງແກ້ໄຂບັນຫາເພື່ອໃຫ້ນັກຮຽນມັກອ່ານໃນເວລາຮຽນ.
2. ແຫຼ່ງຂໍ້ມູນໃນການສຶກສາ
ຂໍ້ມູນທີ່ໃຊ້ເຂົ້ໃນກນສຶກສາໃນຄັ້ງນີ້
ແມ່ນໄດ້ຈາກການລົງສຶກສາເກັບກໍາຂໍ້ມູນໃນພື້ນທີ່ຕົວຈິງ
ແລະຈາກບັນດາຫ້ອງການຂອງໂຮງຮຽນທີ່ມີຄວາມກ່ຽວຂ້ອງກັບພື້ນທີ່ທີ່ສຶກສາ.ໂດຍສະເພາະໃນ
ມະຫາວິທະຍາໄລແຫ່ງຊາດມະຫາວິຄະນະວິທະຍາສາສັງຄົມ ພາກວິຊາສັງຄົມສັງເຄະ ແລະການພັດທະນາ
ສາຂາວິຊາ: ພັດທະນາຊົນນະບົດ ປີ 4
3. ການກໍານົດປະຊາກອນ ແລະການສຸ່ມຕົວຢ່າງ
3.1. ປະຊາກອນສຶກສາ
ສໍາລັບປະຊາກອນທີ່ນໍາໃຊ້ໃນການສຶກສາທາງດ້ານປະລິນມານ
ອີງໃສ່ສະຖິຕິນັກນັກສຶກສາໃນຂອບເຂດ ມະຫາວິທະຍາໄລແຫ່ງຊາດມະຫາວິຄະນະວິທະຍາສາສັງຄົມ
ພາກວິຊາສັງຄົມສັງເຄະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ ປີ 4 ຈໍານວນ 36 ຄົນ, ຍິງ 21 ຄົນ ແລະຊາຍ 15
ເພື່ອເອົາມາາກໍານົກກຸ່ມຕົວຢ່າງໃນຄັ້ງນີ້.
ສ່ວນທາງດ້ານຄຸນະພາບ
ແມ່ນກໍານົກເອົຜູ້ໃຫ້ຂໍ້ມູນຫຼັກຈາກພາກສ່ວນທີ່ກ່ຽວຂ້ອງ ປະກອບມີ: ຫົວໜ້າພາກວິຊາ 1 ທ່ານ,
ອາຈານ 1 ທ່ານ, ຄະນະຫ້ອງ 2 ທ່ານ ແລະນັກສຶກສຶກສາ 2 ທ່ານ.
3.2. ວິທີການສຸ່ມຕົວຢ່າງ
ເນື່ອງຈາກວ່າມີຄວາມກັດດ້ານເວລາ, ຫງົບປະມານ, ອາຫານ
ແລະສິ່ງອໍານວຍຄວາມສະດວກໃນການລົງເກັບກໍາຂໍ້ມູນ
ແລະເພື່ອເປັນການປະຍັດເວລາໃນການດໍາເນີນງານ.
ດັ່ງນັ້ນ, ໃນການສຸ່ມຕົວຢ່າງແມ່ນສຸ່ມເອົາເປັນ ຫ້ອງຮຽນ
ທີ່ເປັນຕົວແທ່ນຂອງແຕ່ລະພາກວິຊາໃນ ຄະນະວິທະຍສດສັງຄົມ ມະຫະວິທະຍາໄລແຫ່ງຊາດ
ໂດຍກໍານົດເອົາພຽງ 1 ຫ້ອງ ເຊິ່ງເປັນຕົວແທນໃຫ້ນັກສຶກສາທົ່ວຄະນະວິທະຍາສາດສັງຄົມ
ໃນນັ້ນໄດ້ກໍານົດເອົາໄດ້ກໍນົດເອົາ 36 ຄົນ ຍິງ 21 ແລະຊາຍ 15 ຄົນ.
4. ເຄື່ອງມື ແລະວິທີເກັບກໍາຂໍ້ມູນ
4.1. ຂໍ້ມູນ ແລະແຫຼ່ງຂໍ້ມູນ
ຂໍ້ມູນທີ່ນໍາໃຊ້ໃນການສຶກສາໃນຄັ້ງນີ້
ຜູ້ສຶກສໄດ້ຈັດແບ່ງປະເພດຂໍ້ມູນອອກເປັນ 2 ປະເພດຄື:
1) ຂໍ້ມູນປະຖົມມະພູມ (Primary Data)
ແມ່ນຂໍ້ມູນທີ່ໄດ້ມາຈາກການສໍຫຼວດ
ຫຼືກນເກັບກໍຕົວຈຶງຄື: ໄດ້ຈາກການນໍາໃຊ້ແບບຊອບຖມ, ໄດ້ຈາກການສໍາພາດ, ບັນທຶກ
ແລະສັງເກດການທີ່ມາຈາກກຸ່ມຕົວຢ່າງໂດຍກົງໄດ້ແກ່:
ຂໍ້ມູນທົ່ວໄປຂອງນັກສຶກສາກຸ່ມຕົວຢ່າງໄດ້ແກ່: ເພດ, ອາຍຸ, ລະດັບການສຶກສາ,
ຄະນະທີ່ສັງກັດ. ຂໍ້ມູນກ່ຽວກັບບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ
ຂອງນັກສຶກສາ, ຈຸດປະສົງຂອງການອ່ານ, ປະໂຫຍດຂອງການອ່ານ,
ຜົນກະທົບດ້ານລົບຂອງຜູ້ທີ່ບໍ່ມັກອ່ານ, ລະດັບຄວາມສໍາຄັນຂອງການອ່ານ, ລະດັບຄວາມຈໍາເປັນ
ແລະວິທີແກ້ໄຂແກ້ບັນຫາເພື່ອໃຫ້ນັກຮຽນມັກອ່ານໃນເວລາຮຽນ.
2) ຂໍ້ມູນທຸຕິຍະພູມ (Secondary Data)
ແມ່ນຂໍ້ມູນທີ່ໄດ້ມາຈາກປຶ້ມຕໍາລາທີ່ກ່ຽວຂ້ອງ,
ບົດວິທະຍນິຜົນ, ນະໂຍບາຍຂອງການສຶກສາຂອງລາວ, ກົດໝຍວ່າດ້ວຍການສຶກສາ,
ທິດສະດີການອ່ານ, ທິດສະດີກ່ຽວກັບການອ່ານ, ຕ້ອງໃຊ້ການພິຈາລະນາ ຜ່ານການວິເຄາະເລືອກເຟັ້ນ
ແລະຄັດຈ້ອນເອົາປະເດັ່ນສໍາຄັນທີ່ກົງກັບຈຸດປະສົງ, ຄວາມຖືກຕ້ອງ, ໜ້າເຊື່ອຖື,
ຄວາມທັນສະໄໝ, ທັນຕໍ່ເຫດການ, ຄວາມສົມບູນຄົບຖ້ວນ, ຄວາມຊັດເຈນ
ແລະຄວາມຕໍ່ເນື່ອງຂອງເອກະສານນັ້ນໆ ໃຫ້ຮອບຄອບກ່ອນ
ເພື່ອນໍາໃຊ້ເປັນຂໍ້ມູນເຂົ້າໃນການຂຽນບົດໃຫ້ສົມບູນ ແລະຄົບຖ້ວນ.
4.2. ເຄື່ອງມີການເກັບກໍາຂໍ້ມູນ
ການສຶກສາຄັ້ງນີ້ຜູ້ສຶກສາໄດ້ໃຊ້ແບບສອບຖມ ແລະ
ແບບສໍພາດທີ່ມີໂຄງສ້າງ ເຊິ່ງສາມາດກໍານົດເອົາຄໍາຕອບທີ່ເຮົຕ້ອງການໄດ້. ນອກຈາກນີ້
ຍັງໄດ້ໃຊ້ປຶ້ມຂໍ້ມູນບັນທຶກຂໍ້ມູນ, ເຄື່ງບັນທຶກສຽງ
ເພື່ອໃຫ້ໄດ້ຂໍ້ມູນທີ່ຕ້ອງການຢ່າງຄົບຖ້ວນ.
ໂດຍເຄື່ອງມືທີ່ໃຊ້ໃນການເກັບກັບກໍາຂໍ້ມູນ
ແມ່ນນນໍາໃຊ້ແບບສອບຖາມຂໍ້ມູນກ່ຽວກັບບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ
ຂອງນັກສຶກສາ, ຈຸດປະສົງຂອງການອ່ານ, ຜົນກະທົບດ້ານລົບຂອງຜູ້ທີ່ບໍ່ມັກອ່ານ,
ລະດັບຄວາມສໍາຄັນຂອງການອ່ານ, ລະດັບຄວາມຈໍາເປັນ ແລະວິທີແກ້ໄຂແກ້ບັນຫາເພື່ອໃຫ້ນັກຮຽນມັກອ່ານໃນເວລາຮຽນ
ຂອງນັກສຶກສາສຶກສາໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາສັງຄົມ
ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ ປີ 4
ເຊິ່ງແບບຊອມຖາມ ປະກອບດ້ວຍ 3 ພາກສ່ວນຄື:
ສ່ວນທີ່1: ເປັນຄໍາຖາມກ່ຽວກັບ ຂໍ້ມູນທົ່ວໄປຂອງຜູ້ຕອບແບບສອບຖາມມີຄື: ເພດ,
ອຍຸ, ລະດັບການສຶກສາ, ຄະນະທີສັງກັດ, ພາກວິຊາ ແລະສາຂາວິຊາຮຽນ ເຊິ່ງເປັນຄໍາຖາມແບບປິດ
ທີ່ມີຄໍາຕອບໃຫ້ເລືອກໄດ້ພຽງຄໍາຕອບດຽວ.
ສ່ວນທີ່ 2: ເປັນຄໍາຖາມກ່ຽວກັບການອ່ານ, ບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ
ຂອງນັກສຶກສາ, ຈຸດປະສົງຂອງການອ່ານ, , ລະດັບຄວາມສໍາຄັນຂອງການອ່ານ, ລະດັບຄວາມຈໍາເປັນ
ແລະລະດັບຜົນກະທົບດ້ານລົບຂອງຜູ້ທີ່ບໍ່ມັກອ່ານ.
ສ່ວນທີ່ 3:
ເປັນຄໍາຖາມເປີດກ່ຽວກັບ
ການອ່ານມີບົດບາດຄວາມສໍາຄັນຕໍ່ການສຶກສາຮໍ່າຮຽນ, ຜົນເສຍຂອງການບໍ່ມັກອ່ານຕໍ່ການຮຽນ
ແລະ ວິທີແກ້ໄຂບັນຫາການບໍ່ມັກອ່ານຂອງນັກສຶກສາໃນເວລາຮຽນ ເພື່ອສົ່ງເສີມເຂົາເຈົ້າໃຫ້ກາຍເປັນຜູ້ມັກອ່ານ
ເຊິ່ງພາກສ່ວນທີ່ໃຫ້ຜູ້ຕອບແບບສອບຖາມໄດ້ສະແດງຄວາມຄິດຄວາມເຫັນ ແລະຂໍ້ສະເໜີ.
5. ວິທີວິເຄະຂໍ້ມູນ ແລະແປຜົນຂໍ້ມູນ
ເພື່ອໃຫ້ບັນລຸຕາມຈຸດປະສົງຂອງການສຶກສາ ບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ
ກໍລະນີສຶກສາ: ສຶກສາໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາສັງຄົມ
ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ ປີ 4
ທີ່ໄດ້ກໍານົດໄວ້ນັ້ນ, ການວິເຄາະຂໍ້ມູນ ດ້ານປະລິມານທີ່ໄດ້ມາຈາກແບບສອບຖາມ
ເມື່ອກວດການຄວາມຄົບຖ້ວນຂອງຄໍາຖາມ ແລະລົງລະຫັດ ຫຼື ກໍນົດລະຫັດແລ້ວ
ນໍາໄປປະເມີນດ້ວຍຄອມຜົວເຕີ ໂດຍນໍາໃຊ້ໂປຣແກມສໍາເລັດຮູບສໍລັບການສຶກສາທງສັງຄົມສາດ SPSS 19.0 (Statistical Package for the Social Science) ໂດຍສະແດງດັ່ງນີ້:
ການວິເຄາະຂໍ້ມູນທົ່ວໄປຂອງບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ
ໂດຍໃຊ້ຄວາມຖີ່ສະສົມ ແລະຄ່າສ່ວນຮ້ອຍພ້ອມຄໍາອະທິບາຍ.
ການແປຜົນຈາກແບບສອບຖາມ
ຜູ້ສຶກສາໄດ້ກໍານົດຄ່າຄະແນະລະດັບຂອງຄວາມສໍາຄັນ ເຊິ່ງແບ່ງລະດັບຂອງຄວາມສໍຄັນ ເປັນ 5
ລະດັບດັ່ງນີ້:
ຕາລາງ 1: ລະດັບຄວາມສໍາຄັນ
ລະດັບຄວາມສໍາຄັນ
|
ຄ່າ
|
ຄະແນນ
|
ລະດັບສູງທີ່ສຸດ
ຫຼື ຫຼາຍທີ່ສຸດ
|
1
|
ຄະແນນ
|
ລະດັບສູງ ຫຼື
ຫຼາຍ
|
2
|
ຄະແນນ
|
ລະດັບປານກາງ
|
3
|
ຄະແນນ
|
ລະດັບໜ້ອຍ
|
4
|
ຄະແນນ
|
ບໍ່ມີເລີຍ
|
5
|
ຄະແນນ
|
5.1. ວິທີການແບ່ງຜົນ:
ຈາກການໃຫ້ຄະແນນຕາມສໍາດັບຄື:
1,2,3,4,5 ຜູ້ສຶກສາໄດ້ກໍານົດລະດັບກນແປຜົນ ໂດຍຄິດໄລ່ຈກສູດຫາຄວມກ້ວາງຂອງຊັ້ນດັ່ງນີ້:
v
ຈາກຕາລາງ 1, ຈະໄດ້: ຄວາມກ້ວາງຂອງຊັ້ນ = (ຄະແນສູງສຸດ -
ຄະແນະຕໍ່າສຸດ)/ຈໍານວນຊັ້ນ.
ຄວາມກ້ວາງຂອງຊັ້ນ
=
= 0,80
ດັ່ງນັ້ນ,
ຈຶ່ງສາມາດແບ່ງຄະແນນສະເລ່ຍ ໄດ້ 5 ລະດັບ ຄື:
ໃນການອະທິບາຍຂໍ້ມູນທງປະລິມານ ກໍ່ຄືສະຖິຕິໃນຕາຕະລາງ
ເພື່ອໃຫ້ຄົບຖ້ວນດ້ານເນື້ອໃນ.
ຕາລາງ 2: ເກນໃນການໃຫ້ຄະແນນສະເລ່ຍລະດັບສະກະຍາພາບຂອງການອ່ານ
ລ/ດ
|
ຄະແນນຂອງຄ່າສະເລ່ຍ
|
ການແປຜົນຄ່າຄະແນນສະເລ່ຍ
|
5
|
1,00-1,80
|
ລະດັບສູງທີ່ສຸດ
ຫຼືຫຼາຍທີ່ສຸດ
|
4
|
1,81-2,60
|
ລະດັບສູງ ຫຼື
ຫຼາຍ
|
3
|
2,61-3,40
|
ລະດັບປານກາງ
|
2
|
3,41-4,20
|
ລະດັບໜ້ອຍ
|
1
|
4,21-5,00
|
ບໍ່ມີເລີຍ
|
5.2. ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນ:
1. ຄ່າຄວາມຖີ່ (Frequency)
2. ຄ່່າສ່ວນຮ້ອຍ (Percentage)
3. ຄ່າສະເລ່ຍ (Mean:
) ແລະ Cross tabulation
4.
ຄ່າຜັນປ່ຽນມາດຕະຖານ (Standard
Deviation: S.D)
6. ນິິຍາມສັບ
·
ບົດບາດ ໝາຍເຖິງສິ່ງທີ່ມີອິດທິຜົນທີ່ສົງຜົນເຮັດໃຫ້ການອ່ານ,
ການຮຽນຮູ້ ແລະດ້ານຕ່າງໆຂອງຂອງນັກຮຽນນັກສາສຶກຄະນະວິທະຍາສາສັງຄົມ ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ:
ພັດທະນາຊົນນະບົດ ປີ 4.
·
ບົດບາດຂອງການອ່ານ ໝາຍເຖິງສິ່ງທີ່ມີອິດທິຜົນຕໍ່ນັກສຶກສາທີ່ອ່ານໜັງສືໃນເວລາຮຽນ
ທີສົ່ງຜົນໃຫ້ນັກສຶກສາທີ່ໄດ້ອ່ານມີການພັດທະນາ, ມີການປ່ຽນແປງໄປທີ່ດີ ຫຼືທາງທີລົບ
ແລະຍັງເປັນສິ່ງທີຕັດສິນຂອງບະບວນການຮຽນຮູ້ ຂອງນັກຮຽນນັກສາສຶກຄະນະວິທະຍາສາສັງຄົມ ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ
ປີ 4.
·
ຄວາມສໍາຄັນ ໝາຍເຖິງສິ່ງທີ່ຈໍາເປັນ ແລະຂາດບໍ່ໄດ້ໃນການດໍາເນີນງານ
ກໍ່ຄືຄວາມສໍາຄັນຂອງການອ່ານຕໍ່ກັບການຮຽນຮູ້ ແລະດ້ານຕ່າງໆຂອງນັກຮຽນນັກສຶກສາຂອງຄະນະວິທະຍາສາສັງຄົມ ພາກວິຊາສັງຄົມສັງເຄາະ ແລະການພັດທະນາ
ສາຂາວິຊາ: ພັດທະນາຊົນນະບົດ ປີ 4.
·
ການອ່ານທີ່ມີຜົນ ໝາຍເຖິງການອ່ານທີ່ສາມາດເຮັດໃຫ້ເກີດການປ່ຽນແປງ,
ເກີດປະໂຫຍດແກ່ຜູ້ທີ່ອ່ານ,
ທີ່ສົງຜົນໃຫ້ບຸກຄົນທີ່ອ່ານມີການພັດທະນາຕົນເອງດ້ານຕ່າງໆກໍ່ຄືການອ່ານທີ່ມີຜົນຕໍ່ນັກຮຽນນັກສຶກສາ
ມັດທະຍົມສາທິດ.
·
ມີຜົນ ໝາຍເຖິງສິ່ງທີ່ມີຜົນກະທົບຕໍ່ສິ່ງໃດສຶ່ງໜຶ່ງ ທັງທາງກົງ
ແລະທາງອ້ອມ ທີ່ເຮັດໃຫ້ສຶ່ງທີ່ຖືກຜົນກະທົບນັ້ນມີການປ່ຽນແປງໄປໃນ ທາງບວກ ແລະຜົນທາງລົບ
ກໍ່ຄືການອ່ານມີຜົນຕໍ່ນັກຮຽນນັກສຶກສາ ຄະນະວິທະຍາສາສັງຄົມ
ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ ປີ 4.
·
ການສຶກສາ ໝາຍເຖິງຂະບວນການຮຽນຮູ້ທີ່ເປັນລະບົບ
ການສຶກສາແມ່ນ ຂະບວນວິວັດແຫ່ງການຮຽນຮູ້ດ້ວຍຕົນເອງ ແລະການຊີ້ນໍາຈາກຄູອາຈານ
ແລະຜູ້ຄຸນສົງວຸດທິ ຂອງນັກຮຽນນັກສຶກສາ
ຄະນະວິທະຍາສາສັງຄົມ ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ:
ພັດທະນາຊົນນະບົດ ປີ 4.
7. ແຜນວາດຂະບວນການສຶກສາ
![]() |
ແຜນວາດທີ່ 3.1: ຂະບວນການສຶກສາ
ພາກທີ IV
ຜົນຂອງການສຶກສາ
1. ຂໍ້ມູນສ່ວນຕົວຂອງຜູ້ຕອບແບບສອບຖາມ
1.1. ເພດ
ຈາກການຕອບແບບສອບຖາມຂອງກຸ່ມຕົວຢ່າງທັງໝົດ 36 ຄົນ
ເຫັນວ່າຜູ້ຕອບແບບສອບຖາມເປັນນັກສຶກສາ ປີ 4 ທັງໝົດ ເຊິ່ງມີເພດຊາຍ 15 ຄົນ ກວມ 41.6 %
ແລະຜູ້ຍິງ 21 ຄົນ ກວມ 58.4 %.
ເພດ
|
ຈໍານວນ (ຄົນ)
|
-ສ່ວນຮ້ອຍ (%)
|
ຍິງ
|
21
|
58.4
|
ຊາຍ
|
15
|
41.6
|
ລວມ
|
36
|
100
|
ຕາຕະລາງ 4.1 ຂໍ້ມູນດ້ານເພດຂອງຜູ້ໃຫ້ຂໍ້ມູນຜ່ານແບບສອບຖມ
1.2. ອາຍຸ
ບຸກຄົນໃນກຸ່ມເປົ້ໝາຍທີ່ໃຫ້ຂໍ້ມູນຜ່ານແບບສອບຖາມລ້ວນແຕ່ມີອາຍຸແຕກຕ່າງກັນ.
ອີງຕາມຕົວເລກທີ່ໄດ້ຮັບມານັ້ນເຫັນໄດ້ວ່າ:
ກຸ່ມນັກສຶກສາທີ່ໃຫ້ຂໍ້ມູນທີ່ກວມອັດຕສ່ວນສູງກວ່າໝູ່ແມ່ນ ກຸ່ມອາຍຸ 20-22 ປີ ກວມ 19 ຄົນ ເທົ່າກັບ 52.8%, ຖັດລົງມາແມ່ນກຸ່ມອາຍຸ 23-24 ປີ ກວມ 14
ຄົນເທົ່າກັບ 38.9% ແລະກຸ່ມອາຍຸທີ່ຕໍ່າກ່ວາໝູ່ແມ່ນ 25-ຂຶ້ນໄປ ກວມພຽງ 3 ຄົນ ເທົ່າກັບ
8.3%.
ຊ່ວງອາຍຸ (ປີ)
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ
(%)
|
20-22
|
19
|
52.8
|
23-24
|
14
|
38.9
|
25-ຂຶ້ນໄປ
|
3
|
8.3
|
ລວມ
|
36
|
100
|
ຕາຕະລາງ4:2 ຂໍ້ມູນດ້ານອາຍຸຂອງຜູ້ໃຫ້ຂໍ້ມູນຜ່ານແບບຊອບຖາມ
1.3. ລະດັບປີການສຶກສາ
ລະດັບປີການສຶກ (ປ.ຕີ ປີທີ4)
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
ປ.ຕີ ປີທີ 4
|
36
|
100
|
ລວມ
|
36
|
100
|
ຕາຕະລາງ4:3
ຂໍ້ມູນດ້ານລະດັບການສຶກສາຂອງຜູ້ໃຫ້ຂໍ້ມູນຜ່ານແບບຊອບຖາມ
ກຸ່ມນັກສຶກສາທີ່ໃຫ້ຂໍ້ມູນ ແມ່ນໄດ້ກໍານົດກຸ່ມນັກສຶກສາສະເພາະ
ນັກສຶກສາ ປ.ຕີ ປີທີ 4 ເທົ່ານັ້ນ ເຊິ່ງກໍານົດກຸ່ມຕົວຢ່າງທັງໝົດ 36 ເທົ່າ 100%.
1.4. ຄະນະທີສັງກັດ
ອີງຕາມການສຸ່ມຕົວຢ່າງໄດ້ກໍານົດເອົາແມ່ນນັກສຶກສາ
ປ.ຕີ ທີສັງກັດຢູ່ຄະນະວິທະຍາສາດ ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ:
ພັດທະນາຊົນນະບົດ ປີ 4 ທັງໝົດ 36 ຄົນ ກວມ
100%.
ຄະນະທີສັງກັດ
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
ວິທະຍາສາດສັງຄົມ
|
36
|
100
|
ລວມ
|
36
|
100
|
ຕາລາງ 4:3 ຂໍ້ມູນດ້ານລະດັບການສຶກສາຂອງຜູ້ໃຫ້ຂໍ້ມູນຜ່ານແບບສອບຖາມ
2. ສະພາບທົ່ວໄປກ່ຽວກັບການອ່ານ
2.1. ສະພາບການອ່ານໃນເມື່ອກ່ອນ
ຕາມການສຶກສາເບິ່ງສະພາບການອ່ານຂອງນັກສຶກສກຸ່ມຕົວຢ່າງ
ໃນເມື່ອກ່ອນກ່ຽວກັບການອ່ານຂອງກຸ່ມຕົວຢ່າງ ໂດຍອີງຕາມການໃຫ້ຂໍ້ມູນຜ່ານແບບສອບຖາມໄດ້ສະແດງໃຫ້ເຫັນໄດ້ວ່າ:
ກຸ່ມນັກສຶກສາທີ່ຜ່ານການອ່ານມາກ່ອນ ແມ່ນກວມອັດຕາສູງ 35 ຄົນ ກວມ 97.2% ແລະມີພຽງ 1
ຄົນ ກວມພງງ 2.8 % ທີ່ຕອບວ່າບໍ່ເຄີຍອ່ານມາກ່ອນ.
ລ/ດ
|
ຄວາມຖີ່
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
1
|
ເຄີຍ
|
35
|
97.2
|
2
|
ບໍ່ເຄີຍ
|
1
|
2.8
|
ລວມ
|
36
|
100
|
ຕາລາງ 4:4
ຂໍ້ມູນດ້ານສະພາບການອ່ານຂອງຜູ້ໃຫ້ຂໍ້ມູນຜ່ານແບບສອບຖາມ
2.2. ທ່ານໃຊ້ເວລາອ່ານມື້ໜຶ່ງຈັກຊົ່ວໂມງ
ລ/ດ
|
ຄວາມຖີ່
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
1
|
ບໍ່ອ່ານເລີຍ
|
2
|
5.6
|
2
|
ຕໍ່າກວ່າ 1 ຊົ່ວໂມງຕໍ່ມື້
|
20
|
55.6
|
3
|
1-2 ຊົ່ວໂມງຕໍ່ມື້
|
12
|
33.3
|
4
|
3-4
ຊົ່ວໂມງຕໍ່ມື້
|
1
|
2.8
|
5
|
ສູງກວ່າ 4 ຊົ່ວໂມງຕໍ່ມື້
|
1
|
2.8
|
ລວມ
|
36
|
100
|
ຕາລາງ 4:5 ຂໍ້ມູນດ້ານສະພາບການອ່ານຂອງຜູ້ໃຫ້ຂໍ້ມູນຜ່ານແບບສອບຖາມ
ຈາກຕາລາງ 4:5: ຂໍ້ມູນຜ່ານແບບສອບຖາມທີ່ເປັນກຸ່ມຕົວຢ່າງໄດ້ສະແດງໃຫ້ເຫັນວ່າ:
ນັກສຶກສາສ່ວນແມ່ນອ່ານ ຕໍ່າກວ່າ 1 ຊົ່ວໂມງຕໍ່ມື້
ແມ່ນກວມເອົາອັດຕາສູງກວ່າໝູ່ກວມ 55.6% ທັດມາແມ່ນ 1-2 ຊົ່ວໂມງຕໍ່ມື້ ກວມ 33.3%
ແລະກວມເອົາອັດຕໍ່າກວ່າມີ 1-2 ຊົ່ວໂມງຕໍ່ມື້ ແລະ ສູງກວ່າ 4 ຊົ່ວໂມງຕໍ່ມື້ ກວມພຽງ
2.8 % ເທົ່ານັ້ນ.ຈາກຕົວເລກຂອງ ສ່ວນຮ້ອຍສະແສງໃຫ້ເຫັນໄດ້ຢ່າງຊັດເຈນວ່າ
ນັກສຶກສາຍັງໃຊ້ເວລາອ່ານໜ້ອຍຫຼາຍ ເຊິ່ງມັນມີຫຼາຍປັດໄຈ ທີ່ເຮັດນັກສຶກສາອ່ານໜ້ອຍ
ແນ່ນອນວ່າການທີ່ອ່ານໜ້ອຍ ຈະມີຜົນຕໍ່ນັກສຶກສາເອງ.
2.3. ຊ່ວງເວລາທີ່ນັກສຶກສາມັກອ່ານ
ຕາມການໃຫ້ຂໍ້ມູນຜ່ານແບບສອບຖາມຂອງກຸ່ມຕົວຢ່າງແຕ່ລະຄົນແມ່ນມີຊ່ວງເວລາທີ່ມັກອ່ານທີ່ແຕ່ກຕ່າງກັນ.
ຈາກຂໍ້ມູນທີ່ໄດ້ມານັ້ນກໍ່ເຫັນໄດ້ວ່າ ນັກສຶກສາຈະມັກອ່ານຫຼາຍເວລາຫວ່າງ ກວມເອົາ 50%,
ຮອງລົງມາແມ່ນ ເວລາມີວຽກບ້ານ ກວມ 41.7% ແລະກວມອັດຕາໜ້ອຍກວ່າໝູ່ແມ່ນ ເວລາມີບັນຫາຕ່າງໆ
ກວມພຽງ2.8 %. ເຊິ່ງມັນສະແດງໃຫ້ເຫັນຢ່າງຊັດເຈນວ່ານັກສຶກສາບໍ່ໃຊ້ການອ່ານ
ໃນການຊອກຄໍາຕອບເພື່ອຫາທາງອອກຂອງບັນຫາ.
ລ/ດ
|
ຊ່ວງເວລາທີ່ມັກອ່ານ
|
ຈໍານວນ
(ຄົນ)
|
ສ່ວນຮ້ອຍ (%)
|
1
|
ເວລາຫວ່າງ
|
18
|
50.0
|
2
|
ທ່ຽງເວລາມີວຽກບ້ານ
|
15
|
41.7
|
3
|
ເວລາພັກຜ່ອນ
|
2
|
5.6
|
4
|
ເວລາມີບັນຫາຕ່າງໆ
|
1
|
2.8
|
ລວມ
|
36
|
100.0
|
ຕາລາງ 4:6 ຂໍ້ມູນດ້ານຊ່ວງເວລາທີ່ມັກອ່ານຂອງຜູ້ໃຫ້ຂໍ້ມູນຜ່ານແບບສອບຖາມ
2.4. ຕອນທີ່ອ່ານແລ້ວໆໄດ້ຮັບຜົນດີທີ່ສຸດ ແລະຈື່ຈໍາໄດ້ດີທີ່ສຸດ
ລ/ດ
|
ຕອນ
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
1
|
ຕອນເຊົ້າໆ
|
28
|
77.8
|
2
|
ທ່ຽງ
|
2
|
5.6
|
3
|
ຕອນແລງ
|
.
|
.
|
4
|
ຄໍ່າ
|
6
|
16.7
|
ລວມ
|
36
|
100.0
|
ຕາລາງ 4:7: ຂໍ້ມູນດ້ານຊ່ວງເວລາທີ່ມັກອ່ານຂອງຜູ້ໃຫ້ຂໍ້ມູນຜ່ານແບບສອບຖາມ
ຜົນສຶກສາເຫັນວ່າ:
ຊ່ວງເວລານັກສຶກສາອ່ານ ແຕ່ລະລະຄົນກໍ່ມີຊ່ວງເວລາໃນການອ່ານທີ່ຕ່າງກັນ
ແຕ່ຜົນຂອງການສຶກສາຊ່ວງເວລາທີ່ອ່ານແລ້ວໄດ້ຮັບຜົນດີທີ່ສຸດ ແລະຈື່ຈໍາໄດ້ດີທີ່ສຸດ ແມ່ນ
ຕອນເຊົ້າໆ ກວມ 77.8%, ຖັດມາແມ່ນຕອນຄໍ່າ ກວມ 16.7%,ຕອນທ່ຽງ ກວມ 5.6%
ແລະໃນຊ່ວງຕອນແລງແມ່ນບໍ່ມີເລີຍ. ອາດເປັນຍ້ອນວ່ານັກສຶກສາໃຫ້ຄວາມສໍາຄັນໃນຊ່ວງເວລານີ້.
2.5. ອ່ານປຶ້ມທີ່ມີເນື້ອໃນກ່ຽວກັບຫຍັງ ຈຶ່ງມີຄວາມສໍາຄັນຕໍ່ການຮຽນຂອງທ່ານທີ່ສຸດ
ການສຶກສາກຸ່ມນັັກສຶກສາຕົວຢ່າງກ່ຽວກັບປຶ້ມທີ່ມີຄວາມສໍຄັນໃນການຮຽນເຫັນວ່າ
ນັກສຶກສາຈະເລືອກອ່ານປຶ້ມທີ່ກ່ຽວຂ້ອງກັບສາຂາວິຊາຂອງຕົນເອງຮຽນ ກວມ 58.3%
ຖັດລົງມາຈະມັກອ່ານປຶ້ມທີ່ມີເນື້ອໃນທົ່ວໄປ ກວມ 41.7% ສ່ວນ ປຶ້ມເລື່ອງກ່ຽວກັບວັນນະຄະດີ
ແລະປຶ້ມກ່ຽວກັບພາສາແມ່ນບໍ່ມີເລີຍ.
ລ/ດ
|
ປະເພດຂອງປຶ້ມ
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
1
|
ປຶ້ມກ່ຽວຂ້ອງກັບສາຂາວິຊາ
|
21
|
58.3
|
2
|
ປຶ້ມກ່ຽວກັບຄວາມຮູ້ທົ່ວໄປ
|
15
|
41.7
|
3
|
ປຶ້ມເລື່ອງກ່ຽວກັບວັນນະຄະດີ
|
.
|
.
|
4
|
ປຶ້ມກ່ຽວກັບພາສາ
|
.
|
.
|
ລວມ
|
36
|
100
|
ຕາລາງ 4:8: ຂໍ້ມູນປະເພດຂອງປຶ້ມທີ່ມັກອ່ານຂອງຜູ້ໃຫ້ຂໍ້ມູນຜ່ານແບບສອບຖາມ
ຈາກຕົວເລກ ທີ່ສະແດງເປັນສ່ວນຮ້ອຍສະແດງໃຫ້ເຫັນຢ່າງຊັດເຈນວ່າ
ນັດສຶກສາບໍ່ສົນໃຈອ່ານ ປຶ້ມເລື່ອງກ່ຽວກັບວັນນະຄະດີ ແລະປຶ້ມກ່ຽວກັບພາສາ
ເຊິ່ງມັນອາດຈະເຮັດໃຫ້ນັກສຶກສາບໍ່ມີຄວາມຮູ້ດ້ານວັນນະຄະດີ
ແລະດ້ານພາສາເຫຼົ່ານີ້ເປັນຕົ້ນ.
2.6. ຈຸດປະສົງຂອງການອ່ານ
ການສຶກສາກ່ຽວກັບຈຸດປະສົງຂອງການອ່ານ ຂອງກຸ່ມຕົວຢ່າງແຕ່ລະຄົນກໍ່ລ້ວນແລ້ວມີຈຸດປະສົງໃນການອ່ານທີ່ແຕກຕ່າງກັນ
ຜູ້ໃຫ້ຂໍ້ມູນຜ່ານແບບສອບຖາມເຫັນວ່າການອ່ານຂອງນັກສຶກສາສ່ວນໃຫຍ່ແມ່ນອ່ານ ເພື່ອຊອກຫາຂໍ້ມູນຂ່າວສານໃໝ່ໆເພີ່ມພູມສະຕິປັນຍາໃຫ້ສະຫຼຽວສະຫຼາດມີໂລກະທັດ
ແລະວິໄສທັດກ້າວໄກ ກວມ 66.7%, ຮອງລົງມາແມ່ນການອ່ານເພື່ອເປັນການສະສົມຄວາມຮູ້ໃໝ່ໆອັນເປັນພື້ນຖານໃນການຂຽນບົດຈົບຊັ້ນ
ກວມ 25% ສ່ວນການອ່ານເພື່ອໃຫ້ເກີດຄວາມເພີດເພີນ ແລະຄວາມບັນເທີງແມ່ນບໍ່ມີເລີຍ.
ລ/ດ
|
ຈຸດປະສົງ
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
1
|
ອ່ານເພື່ອຊອກຫາຂໍ້ມູນຂ່າວສານໃໝ່ໆເພີ່ມພູມສະຕິປັນຍາໃຫ້ສະຫຼຽວສະຫຼາດມີໂລກະທັດ
ແລະວິໄສທັດກ້າວໄກ
|
24
|
66.7
|
2
|
ອ່ານເພື່ອໃຫ້ເກີດຄວາມເພີດເພີນ
ແລະຄວາມບັນເທິງ
|
.
|
.
|
3
|
ອ່ານເພື່ອຜ່ອນຄາຍຄວາມຕຶງຄຽດ, ຄວາມໂສກເສົ້າ ແລະແກ້ບັນຫາທີ່ປະເຊີນຢູ່
|
1
|
2.8
|
4
|
ອ່ານເພື່ອປັບປຸງບຸກຄະລິກກະພາບ
|
2
|
5.6
|
5
|
ເປັນການສະສົມຄວາມຮູ້ໃໝ່ໆອັນເປັນພື້ນຖານໃນການຂຽນບົດຈົບຊັ້ນ
|
9
|
25.0
|
ລວມ
|
36
|
100
|
ຕາລາງ 4:9 ຂໍ້ມູນກ່ຽວກັບຈຸດປະສົງການອ່ານຂອງນັກສຶກສາ
2.7. ສໍາລັບທ່ານອ່ານຕອນໃດມີຄວາມສໍາຄັນທີ່ສຸດສໍາລັບທ່ານ
ຜ່ານການສຶກສາໄດ້ເຫັນວ່າ:
ຊ່ວງທີ່ການອ່ານມີຄວາມສໍາຄັນນັ້ນແຕ່ລະຄົນລ້ວນແລ້ວ ແຕ່ແຕກຕ່າາງກັນ ສໍາລັບກຸ່ມຕົວຢ່າງຊ່ວງທີ່ສໍາຄັນແມ່ນຊ່ວງສອບເສັງກວມ
36.1%, ຮອງລົງມາແມ່ນຕອນສຶກສາຮໍ່າຮຽນ ກວມ 25.0%, ການອ່ານສໍາຄັນທຸກໆກໍລະນີ ກວມ 19.4%, ຕອນມີຄວາມຕ້ອງການຢາກອ່ານ ກວມ 13.9% ແລະອ່ານຕອນມີບັນຫາຕ່າງໆໃນຊີວິດມີພຽງ 5.6%.
ລ/ດ
|
ຊ່ວງເວລາທີ່ການອ່ານມີຄວາມສໍາຄັນ
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
1
|
ຕອນສອບເສັງ
|
13
|
36.1
|
2
|
ຕອນສຶກສາຮໍ່າຮຽນ
|
9
|
25.0
|
3
|
ຕອນມີບັນຫາຕ່າງໆໃນຊີວິດ
|
2
|
5.6
|
4
|
ຕອນມີຄວາມຕ້ອງການຍາກອ່ານ
|
5
|
13.9
|
5
|
ການອ່ານສໍາຄັນທຸກໆກໍ່ລະນີ
|
7
|
19.4
|
ລວມ
|
36
|
100
|
ຕະລາງ 4:10 ຂໍ້ມູນຊ່ວງເວລາທີ່ການອ່ານມີຄວາມສໍາຄັນ
ຈາກຕົວເລກສ່ວນຮ້ອຍຂ້າງເທິງ
ສະແດງໃຫ້ເຫັນວ່າການອ່ານຕອນມີບັນຫາຕ່າງໆໃນຊີວິດຍັງມີໜ້ອຍຫຼາຍ ເຊິ່ງຊີ້ໃຫ້ເຫັນວ່ານັກສຶກສາບໍ່ເຫັນຄວາມສໍາຄັນຂອງການອ່ານໃນເມື່ອມີບັນຫາຕ່າງໆໃນຊີວິດ.
2.8. ການອ່ານມີບົດບາດຕໍ່ການສຶກສາຮໍ່າຮຽນ
ຂໍ້ມູນຈາກແບບສອບຖາມເຫັນວ່າ:
ການອ່ານເວລາໃດກໍ່ມີບົດບາດຄວາມສໍາຄັນຢ່າງຍິ່ງຕໍ່ການສຶກສາຮໍ່າຮຽນ ໃນນັ້ນເປັນເຄື່ອງມືສະແຫວງຫາຄວາມຮູ້ໃໝ່ໆ
ກວມ 50.0% ຮອງລົງມາແມ່ນ ເປັນເຄື່ອງມືຊ່ວຍໃຫ້ປະສົບຄວາມສໍາເລັດ ກວມ 33.3%, ເປັນການພັດທະນາຄຸນນະພາບຊີວິດ ແລະສາມາດນໍາຄວາມຮູ້ທີ່ໄດ້ຈາກການອ່ານໄປພັດທະນາຕົນເອງໄດ້
ກວມອັດຕາເທົ່ກັນກວມພຽງ 8.3 %
ລ/ດ
|
ບົດບາດ
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
1
|
ເປັນເຄື່ອງມືສະແຫວງຫາຄວາມຮູ້ໃໝ່ໆ
|
18
|
50.0
|
2
|
ເປັນເຄື່ອງມືຊ່ວຍໃຫ້ປະສົບຄວາມສໍາເລັດ
|
12
|
33.3
|
3
|
ເປັນການພັດທະນາຄຸນນະພາບຊີວິດ
|
3
|
8.3
|
4
|
ສາມາດນໍາຄວາມຮູ້ທີ່ໄດ້ຈາກການອ່ານໄປພັດທະນາຕົນເອງໄດ້
|
3
|
8.3
|
ລວມ
|
36
|
100.0
|
ຕາລາງ 4:11 ຂໍ້ມູນຊ່ວງເວລາທີ່ການອ່ານມີຄວາມສໍາຄັນ
ຈາກຕົວເລກສວນຮ້ອຍ ເຫັນໄດ້ເຖິງຄວາມສໍາຄັນຂອງການອ່າທີ່ມີບົດບາດ
ທີ່ຂາດບໍ່ໄດ້ໃນກນດໍາເນີນ ໂດຍສະເພາະຊ່ວງທີ່ກໍາລັງສຶກສາຮໍ່າຮຽນກໍ່ຍິງມີບົດບາດສູງ
ເພາະເປັນຊ່ວງທີ່ເກັບກ່ຽວເອົາຄວາມຮູ້ສຶ່ງຕ່າງໆເຂົ້ໃນໝັ່ນໜອງ.
2.9. ການອ່ານມີຄວາມສໍາຄັນໃນເວລາຮຽນ
ໃນການນສອບຖາມປະຊາກອນກຸ່ມຕົວຢ່າງໄດ້ເຫັນວ່າ:
ຜົນທີ່ໄດ້ຮັບນັ້ນສາມາດສະຫຼຸບໄດ້ວ່າ ການອ່ານມີຄວາມສໍາຄັນຫຼາຍໃນເວລາຮຽນ ເຊິ່ງການອ່ານໃນເວລາຮຽນແມ່ນສາມາດເຂົ້າໃຈບົດຮຽນ
ແລະສິ່ງທີ່ອາຈານສອນໄດ້ດີ ກວມ
50.0% ຖັດລົງມາແມ່ນສາມາດຕິດຕາມບົດຮຽນ
ແລະຈື່ຈໍາໄດ້ດີກ່ຽວກັບສິ່ງທີ່ໄດ້ຮຽນ ກວມ 33.3%, ສາມາດແກ້ໄຂບັນຫາ
ແລະຕັດສິນໃຈໄດ້ຢ່າງຖືກຕ້ອງ ແລະມີໂອກາດທີ່ຈະໄດ້ຄວາມຮູ້ໃໝ່ໆຈາກປຶ້ມ
ຫຼືເອກະສານທຸກປະເພດໄດ້ ກວມ 8.3%.
ລ/ດ
|
ຄວາມສໍາຄັນຂອງການອ່ານ
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
1
|
ສາມາດເຂົ້າໃຈບົດຮຽນ ແລະສິ່ງທີ່ອາຈານສອນໄດ້ດີ
|
18
|
50.0
|
2
|
ສາມາດຕິດຕາມບົດຮຽນ ແລະຈື່ຈໍາໄດ້ດີກ່ຽວກັບສິ່ງທີ່ໄດ້ຮຽນ
|
12
|
33.3
|
3
|
ສາມາດແກ້ໄຂບັນຫາ
ແລະຕັດສິນໃຈໄດ້ຢ່າງຖືກຕ້ອງ
|
3
|
8.3
|
4
|
ມີໂອກາດທີ່ຈະໄດ້ຄວາມຮູ້ໃໝ່ໆຈາກປຶ້ມ
ຫຼືເອກະສານທຸກປະເພດໄດ້
|
3
|
8.3
|
ລວມ
|
36
|
100
|
ຕາລາງ 4:12 ຂໍ້ມູນສະແດງຄວາມການອ່ານມີຄວາມສໍາຄັນເວລາຮຽນ
ຈາກຕົວເລກການສຶກສາ ສາມາດສະຫຼຸບໄດ້ວ່າ:
ການອ່ານເຖິງແມ່ນວ່າຈະອ່ານເວລາໃດ, ຕອນໃດກໍ່ມີຄວາມສໍາຄັນ
ແລະຍິ່ງມີຄວາມສໍາຄັນທີ່ສຸດສໍາລັບນັກສຶກສາທີ່ກໍາລັງສຶກສາຮໍ່າຮຽນທີ່ຈະໃຊ້ການອ່ານເຂົ້າໃນການສະແຫວງຫາຄວາາມຮູ້
ເຊິ່ງມັນຈໍາເປັນ ແລະຂາດບໍ່ໄດ້ໃນຂະບວນການຮຽນຮູ້
ດັ່ງຕົວເລກຜົນຂອງການສຶກສາທີ່ໄດ້ສະແດງໃຫ້ເຫັນວ່າການອ່ານມີຄວາມສໍາຄັນຫຼາຍ.
2.10. ອ່ານຫຼາຍຈະມີຜົນດີຕໍ່ການສຶກສາຮໍ່າຮຽນ
ຈາກການສຶກສາໄດ້ເຫັນວ່າ:
ນັກສຶກສາກຸ່ມຕົວຢ່າງການທີ່ອ່ານຫຼາຍນັນເປັນຈຸດລິເລີ່ມ ໃນການພັດທະນາ
ສິ່ງໃໝ່ໆຢູ່ສະເໜີ ຈາກໃຫ້ຂໍ້ມູນຜ່ານແບບສອບຖາມ ການອ່ານຫຼາຍເຮັດໃຫ້
ລ/ດ
|
ຄວາມສໍາຄັນຂອງການອ່ານ
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
1
|
ສາມາດຮຽນຮູ້ໄດ້ໄວ ແລະສາມາດເຂົ້າໃຈບົດຮຽນໄດ້ດີ
|
10
|
27.8
|
2
|
ມີຄວາມຮູ້
ແລະປະສົບການໃໝ່ໆໃນການຮຽນຮູ້
|
11
|
30.6
|
3
|
ມີການພັດທະນາຕົນເອງ
|
12
|
33.3
|
4
|
ມີພື້ນຖານທີ່ດີແກ່ການຍົກລະດັບການສຶກສາຮໍ່າຮຽນໃນອະນາຄົດ
|
3
|
8.3
|
ລວມ
|
36
|
100
|
ຕະລາງ 4:13 ຂໍ້ມູນສະແດງຜົນດີຂອງການອ່ານຫຼາຍ
ຕົນເອງມີການພັດທະນາ ກວມ 33.3%, ຖັດລົງມາແມ່ນການອ່ານຫຼາຍເຮັດໃຫ້ມີຄວາມຮູ້ ແລະປະສົບການໃໝ່ໆໃນການຮຽນຮູ້ ກວມ 30.6%, ສາມາດຮຽນຮູ້ໄດ້ໄວ ແລະສາມາດເຂົ້າໃຈບົດຮຽນໄດ້ດີ ກວມ 27.8%.
ຈາກຕົວເລກທີ່ເປັນສ່ວນຮ້ອຍສາມາດສະຫຼຸບໄດ້ວ່າ ການອ່ານຍິ່ງອ່ານຫຼາຍກໍ່ຍິ່ງມີຄວາມສໍາຄັນ
ເພາະອ່ານຫຼາຍກໍ່ມີໂອກາດໄດ້ຮັບຄວາມຮູ້ຫຼາຍ, ເປັນການພັດທະນາຕົນເອງ ແລະມີຄວາມຮູ້ປະສົບການໃໝ່ໆ.
2.11. ປະໂຫຍດຂອງການອ່ານຕໍ່ຜູ້ທີ່ອ່ານ
ລ/ດ
|
ປະໂຫຍດກຕໍ່ຜູ້ອ່ານ
|
ຈໍານວນ (ຄົນ)
|
ສ່ວນຮ້ອຍ (%)
|
1
|
ການອ່ານຊ່ວຍ ໃຫ້ເກີດຄວາມຄິດໃໜ່ໆ
|
11
|
30.6
|
2
|
ການອ່ານຊ່ວຍເສີມສ້າງທັກສະໃນອ່ານ,
ການຟັງ ແລະເຝິກສະໝອງໃຫ້ມີການຈື່
|
17
|
47.2
|
3
|
ເພື່ອພັດທະນາຕົນເອງ
|
6
|
16.7
|
4
|
ການເຂົ້າໃຈຄົນອື່ນໃຫ້ດີຂຶ້ນ
|
2
|
5.6
|
ລວມ
|
36
|
100
|
ຕາລາງ 4:14 ຂໍ້ມູນສະແດງປະໂຫຍດຂອງການອ່ານ
ຈາກຕາລາງທີ່ 4:14 ໃນການສຶກສາຄວາມສໍາຄັນຂອງກຸ່ມຕົວຢ່າງເຫັນວ່າ:
ການອ່ານມີປະໂຫຍດທີ່ແຕກຕ່າງກັນຕໍ່ກຸ່ມເປົ້າໝາຍ ການອ່ານຊ່ວຍເສີມສ້າງທັກສະໃນອ່ານ,
ການຟັງ ແລະຝຶກສະໝອງໃຫ້ມີການຈື່
ກວມ 47.2%, ການອ່ານຊ່ວຍໃຫ້ເກີດຄວາມຄິດໃໜ່ໆ 30.6%, ຮອງລົງມາແມ່ນ ເພື່ອພັດທະນາຕົນເອງ 16.7 ແລະການເຂົ້າໃຈຄົນອື່ນໃຫ້ດີຂຶ້ນມີພຽງ 5.6%.
ຈາກຕົວເລກສ່ວນຮ້ອຍສະແດງໃຫ້ເຫັນວ່າ
ການອ່ານມີປະໂຫຍດແກ່ຜູ້ທີ່ໄດ້ອ່ານຫຼາຍ ເພື່ອເອົາສິ່ງທີ່ໄດ້ອ່ານນັ້ນໄປພັດທະນາຕົນເອງ,
ພັດທະນາສັງຄົມ ແລະຍັງຊ່ວຍໃຫ້ເຂົ້າໃຈຄົນອື່ນ
ເຊິ່ງມັນຈໍາເປັນໃນການດໍາລົງຊີວິດຮ່ວມກັນໃນສັງຄົມມະນຸດ.
2.12. ຜົນໄດ້ນຮັບຂອງການມັກອ່ານໃນເວລາຮຽນ
ການໃຫ້ຂໍ້ມູນຂອງກຸ່ມຕົວຢ່າງຜ່ານແບບສອບຖາມເຫັນໄດ້ວ່າ:
ຜົນໄດ້ຮັບຈາກການມັກອ່ານໃນເວລາຮຽນແມ່ນ ເຮັດໃຫ້ການຮຽນມີການພັດທະນາຢ່າງຕໍ່ເນື່ອງ ກວມ 33.3%
ຮອງລົງມາແມ່ນເຮັດໃຫ້ເຂົ້າໃຈບົດຮຽນທີ່ອາຈານສອນໄດ້ຢ່າງຄົບຖ້ວນ
ແລະຖືກຕ້ອງ ກວມ 30.6, ຖັດລົງມາແມ່ນ ຜົນການຮຽນທີ່ດີ ກວມ
27.8% ແລະເປັນການສະສົມຄວາມຮູ້ໃໝ່ໆອັນເປັນພື້ນຖານທີ່ຈໍາເປັນໃນການຂຽນບົດຈົບຊັ້ນ
ຕໍ່າກວ່າໝູ່ມີພຽງ 8.3% ເທົ່ານັ້ນ.
ລ/ດ
|
ຜົນໄດ້ຮັບຂອງກນມັກອ່ານໃນເວລາຮຽນ
|
ຈໍານວນ
(ຄົນ)
|
ສ່ວນຮ້ອຍ (%)
|
1
|
ຜົນການຮຽນທີ່ດີ
|
10
|
27.8
|
2
|
ເຂົ້າໃຈບົດຮຽນທີ່ອາຈານສອນໄດ້ຢ່າງຄົບຖ້ວນ
ແລະຖືກຕ້ອງ
|
11
|
30.6
|
3
|
ການຮຽນມີການພັດນາຢ່າງຕໍ່ເນື່ອງ
|
12
|
33.3
|
4
|
ເປັນການສະສົມຄວາມຮູ້ໃໝ່ໆອັນເປັນພື້ນຖານທີ່ຈໍາເປັນໃນການຂຽນບົດຈົບຊັ້ນ
|
3
|
8.3
|
ລວມ
|
36
|
100
|
ຕາລາງ 4:15 ຜົນໄດ້ນຮັບຂອງການມັກອ່ານໃນເວລາຮຽນ
ຈາກຜົນການສຶກສາ
ສາມາດສະຫຼຸບໄດ້ວ່າ: ການອ່ານຂອງນັກສຶກກຸ່ມຕົວຢ່າງ ເມື່ອອ່ານແລ້ວ ບໍ່ໄດ້ຂໍ້ມູນທີ່ເປັນພື້ນຖານທີ່ຈໍາເປັນໃນການຂຽນບົດຈົບຊັ້ນ
ອາດຈະເປັນຍ້ອນວ່າ ບໍ່ມີຂໍ້ມູນ ຫຼືເອກະສານທີ່ຈະຕອບສະໜອງ
ຫຼືສ້ອດຄ່ອງໃຫ້ກັບຫົວຂໍ້ທີ່ເຂົາເຈົ້າຂຽນຢ່າງພຽງພໍເທົ່າທີ່ຄວນ
ຈຶ່ງເຮັດໃຫ້ບໍ່ສາມາດເອົາຂໍ້ມູນມາສະໜັບສະນູນບົດຈົບຊົ້ນຂອງຕົນເອງໄດ້.
3. ການວັດລະດັບກ່ຽວການອ່ານຂອງນັກສຶກສາ
ຕາລາງ 4:16 ຄວາມຈໍາເປັນຂອງການອ່່່ານໃນການສຶກສາ
ຂໍ້
|
ເນື້ອໃນ
|
ຄ່າສະເລ່ຍ
|
S.D
|
ແປຄວາມໝາຍ
|
1
|
ຄວາມຈໍາເປັນຂອງການອ່່່ານໃນການສຶກສາຮໍ່າຮຽນ
|
1.72
|
0.91
|
ຫຼາຍທີ່ສຸດ
|
2
|
ການອ່ານມີຜົນເຮັດໃຫ້ການສຶກສາຮໍ່າຮຽນມີການພັດທະນາດີຂຶ້ນ
|
1.94
|
0.95
|
ຫຼາຍທີ່ສຸດ
|
3
|
ຜູ້ທີ່ມີຜົນການຮຽນທີ່ດີແມ່ນຜົນຂອງການອ່ານ
|
2.05
|
0.75
|
ຫຼາຍ
|
4
|
ການອ່ານເສີມສ້າງທັກສະທີ່ດີໃນການຮຽນຮູ້
|
1.97
|
0.94
|
ຫຼາຍທີ່ສຸດ
|
5
|
ການເລືອກປຶ້ມອ່ານທີ່ດີມີຜົນຕໍ່ການຮຽນ
|
2.41
|
1.18
|
ຫຼາຍ
|
6
|
ການອ່ານເປັນການເປີດໂອກາດໃຫ້ນັກຮຽນນັກສຶກສາມີໂອກາດໄດ້ຮັບແຫຼ່ງທຶນ
|
2.19
|
1.11
|
ຫຼາຍ
|
ລວມຄ່າສະເລ່ຍ
|
2.04
|
0.97
|
ຫຼາຍ
|
ຈາກຕາຕະລາງ 4:16:
ເຫັນວ່າ ຄວາມຈໍາເປັນຂອງການອ່່່ານໃນການສຶກສາຮໍ່າຮຽນ
ຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ ພາກວິຊາສັງຄົມສົງເຄາະ
ແລະການພັດທະນາ ສາຂາວິຊາ: ພັດທະນາຊຸມຊົນ-ຊົນນະບົດ ປີ 4 ໂດຍລວມແລ້ວຢູ່ໃນລະດັບ ຫຼາຍທີ່ສຸດ
ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 1.72, S.D. = 0.91), ເມື່ອພິຈາລະນາລະດັບຄວາມຈໍາເປັນຂອງນັກສຶກສາແຕ່ລະຄົນຄົນແມ່ນແຕກຕ່າງກັນ
ໃນນັ້ນການອ່ານມີຜົນເຮັດໃຫ້ການສຶກສາຮໍ່າຮຽນມີການພັດທະນາດີຂຶ້ນຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ
ຄະນະວິທະຍາສາດສັງຄົມ ພາກວິຊາສັງຄົມສົງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊຸມຊົນ-ຊົນນະບົດ
ປີ 4 ໂດຍລວມແລ້ວ ຢູ່ໃນລະດັບຫຼາຍທີ່ສຸດ ເຊິ່ງ, ນັກສຶກສາທີ່ມີຜົນການຮຽນທີ່ດີແມ່ນຜົນຂອງການອ່ານ ຕາມການສັງລວມແມ່ນຢູ່ໃນລະດັບ
ຫຼາຍ ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2,05 S.D.= 0.75),
ເຫັນໄດ້ວ່າການອ່ານມີບົດບາດຕໍ່ການຮຽນຂອງນັກສຶກສາທຸກລະດັບ ແລະຂາດບໍ່ໄດ້.
ນອກຈາກນີ້ການອ່ານເສີມສ້າງທັກສະທີ່ດີໃນການຮຽນຮູ້ ແມ່ນຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 1.97, S.D. = 0.94) ແລະຄຽງຄູ່ກັນນັ້ນ
ການເລືອກປຶ້ມອ່ານທີ່ດີມີຜົນຕໍ່ການຮຽນຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ
ຄະນະວິທະຍາສາດສັງຄົມ ພາກວິຊາສັງຄົມສົງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊຸມຊົນ-ຊົນນະບົດ
ປີ 4 ຢູ່ໃນລະດັບ ຫຼາຍ ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2,41, S.D. = 1.18) ແລະການອ່ານເປັນການເປີດໂອກາດໃຫ້ນັກຮຽນນັກສຶກສາມີໂອກາດໄດ້ຮັບແຫຼ່ງທຶນ
ແມ່ນຢູ່ໃນລະດັບທີ່ສູງ ຫຼືຫຼາຍ ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.19, S.D. = 1.11).
ຕາລາງ 4:17: ຜົນດີຂອງການອ່ານຕໍ່ການຮຽນ
ຂໍ້
|
ເນື້ອໃນ
|
ຄ່າສະເລ່ຍ
|
S.D
|
ແປຄວາມໝາຍ
|
7
|
ການອ່ານໃນເວລາຮຽນມີຜົນເຮັດໃຫ້ການຮຽນມີການພັດທະນາ ແລະການອ່ານເຮັດໃຫ້ທ່ານມີຜົນການຮຽນທີ່ດີ
|
1.80
|
0.82
|
ຫຼາຍທີ່ສຸດ
|
8
|
ການອ່ານມີຜົນດີຕໍ່ກັບການຂຽນບົດຈົບຊັ້ນ
|
1.61
|
0.96
|
ຫຼາຍທີ່ສຸດ
|
9
|
ການອ່ານມີຜົນຕໍ່ກັບການໄດ້ວຽກເຮັດງານທໍາທີ່ດີໃນອະນາຄົດ
|
2.30
|
1.00
|
ຫຼາຍ
|
10
|
ຄວາມເພິ່ງພໍໃຈຫຼາຍປານໃດໃນການອ່ານແຕ່ລະຄັ້ງຂອງທ່ານ
|
2.13
|
0.68
|
ຫຼາຍ
|
11
|
ຄວາມພາກພູມໃຈເມື່ອທ່ານໄດ້ອ່ານແຕ່ລະຄັ້ງຂອງທ່ານ
|
2.30
|
0.66
|
ຫຼາຍ
|
12
|
ທ່ານອ່ານແຕ່ລະຄັ້ງສາມາດເຂົ້າໃຈໃນສິ່ງທີ່ໄດ້ອ່ານ
|
2.33
|
0.82
|
ຫຼາຍ
|
ລວມຄ່າສະເລ່ຍ
|
2.07
|
0.82
|
ຫຼາຍ
|
ຈາກຕາລາງ 4:17: ເຫັນວ່າລະດັບການອ່ານໃນເວລາຮຽນມີຜົນເຮັດໃຫ້ການຮຽນມີການພັດທະນາ
ແລະການອ່ານເຮັດໃຫ້ທ່ານມີຜົນການຮຽນທີ່ດີ ແມ່ນຢູ່ໃນລະດັບ ຫຼາຍທີ່ສຸດ
ຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ ພາກວິຊາສັງຄົມສົງເຄາະ
ແລະການພັດທະນາ ສາຂາວິຊາ: ພັດທະນາຊຸມຊົນ-ຊົນນະບົດ ປີ 4 ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 1.80, S.D. = 0.28), ໃນເລື່ອງການຂຽນບົດຈົບຊັ້ນ ການອ່ານມີຜົນດີຕໍ່ກັບການຂຽນບົດຈົບຊັ້ນ
ແມ່ນລະດັບມີຜົນຫຼາຍທີ່ສຸດ ຕໍ່ນັກສຶກສາທີ່ຈະກຽມໃນການຂຽນບົດຈົບຊັ້ນ
ຫຼືກໍາລັງດໍາເນີນການຂຽນຢູ່ ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 1.61, S.D. = 0.98), ສ່ວນການອ່ານມີຜົນຕໍ່ກັບການໄດ້ວຽກເຮັດງານທໍາທີ່ດີໃນອະນາຄົດ
ແມ່ນຢູ່ໃນລະດັບສູງ ຫຼືຫຼາຍ ຕໍ່ນັກສຶກສາໃນມະຫາວິທະຍາໄລແຫ່ງຊາດທຸກສາຂາ ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.30, S.D. = 1.00) ແລະ ລະດັບຄວາມເພິ່ງພໍໃຈຫຼາຍປານໃດໃນການອ່ານແຕ່ລະຄັ້ງ
ຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ ພາກວິຊາສັງຄົມສົງເຄາະ
ແລະການພັດທະນາ ສາຂາວິຊາ: ພັດທະນາຊຸມຊົນ-ຊົນນະບົດ ປີ 4 ແມ່ນຢູ່ໃນລະດັບ ສູງ ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.13, S.D. = 0.68), ຄວາມພາກພູມໃຈເມື່ອນັກສຶກສາໄດ້ອ່ານແຕ່ລະຄັ້ງ
ໂດຍສະເພາະນັກສຶກສາມະຫາວິທະຍາໄລແຫ່ງຊາດ ແມ່ນຢູ່ໃນລະດັບສູງ ຫຼືຫຼາຍ ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.30, S.D. = 0.66),
ໃນການອ່ານຊ່ວຍໃຫ້ເຂົ້າໃຈໃນສິ່ງທີ່ໄດ້ອ່ານ ຂອງນັກສຶກສາ ແມ່ນ ສູງ ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.33, S.D. = 0.82).
ຕາລາງ 4:18: ການອ່ານຊ່ວຍໃຫ້ເຂົ້າໃຈໃນເລື່ອງຕ່າງໆ
ຂໍ້
|
ເນື້ອໃນ
|
ຄ່າສະເລ່ຍ
|
S.D
|
ແປຄວາມໝາຍ
|
13
|
ການອ່ານຊ່ວຍໃຫ້ເຂົ້າໃຈໃນສິ່ງທີ່ໄດ້ອ່ານ
|
2.41
|
0.87
|
ຫຼາຍ
|
14
|
ການອ່ານຊ່ວຍໃຫ້ເກີດຄວາມຄິດໃໜ່ໆ
|
1.80
|
0.98
|
ຫຼາຍທີ່ສຸດ
|
15
|
ການອ່ານຊ່ວຍເສີມສ້າງທັກສະໃນການອ່ານ, ການຟັງ ແລະເຝິກສະໝອງໃຫ້ມີການຈື່ຈໍາດີ
|
1.83
|
0.84
|
ຫຼາຍທີ່ສຸດ
|
16
|
ການອ່ານເຮັດໃຫ້ມີການພັດທະນາຕົນເອງໃຫ້ເກີດຄວາມຄິດໃໜ່ໆ
|
2.00
|
0.79
|
ຫຼາຍ
|
17
|
ການອ່ານຊ່ວຍໃຫ້ເຂົ້າໃຈຄົນອື່ນ, ຕົວເອງແລະ
ບັນຫາຕ່າງໆຂອງບັນຫາສັງຄົມທີ່ເກີດຂຶ້ນ
|
2.25
|
1.07
|
ຫຼາຍ
|
18
|
ການອ່ານມີສ່່ວນເຮັດໃຫ້ທ່ານມີການປັບປຸງ, ມີການພັດທະນາ
ແລະມີການປັບຕົວໃຫ້ເໝາະກັບການປ່ຽນແປງຂອງສັງຄົມໄດ້ດີກວ່າຜູ້ທີ່ບໍ່ມັກອ່ານ
|
2.08
|
0.96
|
ຫຼາຍ
|
ລວມຄ່າສະເລ່ຍ
|
2.06
|
0.91
|
ຫຼາຍ
|
ຈາກຕາຕະລາງ
4:18: ເຫັນວ່າ, ບໍ່ແຕ່ພຽງເທົ່ານັ້ນ ການອ່ານຊ່ວຍໃຫ້ເກີດຄວາມຄິດໃໜ່ໆ
ແກ່ນັກສຶກສາ ໂດຍສະເພາະແມ່ນນັກສຶກສາທີ່ສັງກັດຢູ່ໃນ ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ
ພາກວິຊາສັງຄົມສົງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊຸມຊົນ-ຊົນນະບົດ ປີ 4
ຄົນທີ່ໄດ້ອ່ານ ແມ່ນຢູ່ໃນລະດັບທີ່ສູງທີ່ສຸດ ຫຼືຫຼາຍທີ່ສຸດ ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ
(
= 1.80, S.D. = 0.98) ແລະທີ່ສໍາຄັນການອ່ານຊ່ວຍເສີມສ້າງທັກສະໃນການອ່ານ,
ການຟັງ ແລະຝຶກສະໝອງໃຫ້ມີການຈື່ຈໍາດີ ແມ່ນຢູ່ລະດັບ ຫຼາຍທີ່ສຸດ
ໃຫ້ແກ່ນັກສຶກສາມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ ພາກວິຊາສັງຄົມສົງເຄາະ
ແລະການພັດທະນາ ສາຂາວິຊາ: ພັດທະນາຊຸມຊົນ-ຊົນນະບົດ ປີ 4 ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 1.83, S.D.= 0.84), ການອ່ານເຮັດໃຫ້ມີການພັດທະນາຕົນເອງໃຫ້ເກີດຄວາມຄິດໃໜ່ໆ ຂອງນັກສຶກສາ ໃນມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ
ພາກວິຊາສັງຄົມສົງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊຸມຊົນ-ຊົນນະບົດ ປີ 4.
ແມ່ນຢູ່ໃນລະດັບທີ່ຫຼາຍ ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.00, S.D. = 0.79), ການອ່ານຊ່ວຍໃຫ້ເຂົ້າໃຈຄົນອື່ນ,
ຕົວເອງ ແລະບັນຫາຕ່າງໆຂອງສັງຄົມທີ່ເກີດຂຶ້ນ ຂອງນັກສຶກສາໃນມະຫາວິທະຍາໄລແຫ່ງຊາດ
ແມ່ນຢູ່ໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.25, S.D. = 1.07)
ແລະການອ່ານມີສ່່ວນເຮັດໃຫ້ທ່ານມີການປັບປຸງ, ມີການພັດທະນາ
ແລະມີການປັບຕົວໃຫ້ເໝາະສົມກັບການປ່ຽນແປງຂອງສັງຄົມໄດ້ດີກວ່າຜູ້ທີ່ບໍ່ມັກອ່ານ ແມ່ນຢູ່ໃນລະດັບຫຼາຍ
ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.08, S.D.= 0.96).
ຕາລາງ 4:19 ຜົນເສຍຂອງການບໍ່ມັກອ່ານ
ຂໍ້
|
ເນື້ອໃນ
|
ຄ່າສະເລ່ຍ
|
S.D
|
ແປຄວາມໝາຍ
|
19
|
ການບໍ່ມັກອ່ານເຮັດໃຫ້ການຮຽນຂອງທ່ານບໍ່ມີຄຸນນະພາບ
ແລະມີຜົນຕໍ່ການປະກອບເຮັດວຽກງານຕ່າງໆໃນຕໍ່ໜ້າ
|
2.30
|
0.92
|
ຫຼາຍ
|
20
|
ການບໍ່ມັກອ່ານມີຜົນຕໍ່ການນໍາໃຊ້ຂໍ້ມູນຂ່າວສານ
ແລະການຮູ້ແຫຼງຂໍ້ມູນທີ່ດີ
|
2.02
|
0.87
|
ຫຼາຍ
|
21
|
ນັກສຶກສາທີ່ບໍ່ມັກອ່ານເຮັດມີຄວາມສ່ຽງທີ່ຈະເສງບໍ່ຜ່ານ
|
2.16
|
1.02
|
ຫຼາຍ
|
22
|
ການບໍ່ມັກອ່ານມີຜົນເຮັດໃຫ້ທ່ານບໍ່ມີການພັດທະນາຕົນເອງ
ແລະເຮັດໃຫ້ບໍ່ສາມາດກ້າວທັນໂລກທີ່ມີການປ່ຽນແປງ
|
2.11
|
0.94
|
ຫຼາຍ
|
ລວມຄ່າສະເລ່ຍ
|
2.14
|
0.93
|
ຫຼາຍ
|
ຈາກຕາຕະລາງ 4:19: ເຫັນວ່າ ການບໍ່ມັກອ່ານເຮັດໃຫ້ການຮຽນຂອງທ່ານບໍ່ມີຄຸນນະພາບ
ແລະມີຜົນຕໍ່ການປະກອບເຮັດວຽກງານຕ່າງໆໃນຕໍ່ໜ້າ ຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ
ພາກວິຊາສັງຄົມສົງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊຸມຊົນ-ຊົນນະບົດ ປີ 4
ແມ່ນຢູ່ໃນ ລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.30, S.D. = 0.92), ການບໍ່ມັກອ່ານມີຜົນຕໍ່ການນໍາໃຊ້ຂໍ້ມູນຂ່າວສານ ແລະການຮູ້ແຫຼ່ງຂໍ້ມູນທີ່ດີ
ຂອງນັກສຶກສາແມ່ນຢູ່ໃນ ລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.30, S.D. = 0.92) ແລະຜົນເສຍຂອງການບໍ່ມັກອ່ານ ຄື: ການບໍ່ມັກອ່ານມີຜົນຕໍ່ການນໍາໃຊ້ຂໍ້ມູນຂ່າວສານ
ແລະການຮູ້ແຫຼ່ງຂໍ້ມູນທີ່ດີ ຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ
ພາກວິຊາສັງຄົມສົງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊຸມຊົນ-ຊົນນະບົດ ປີ 4
ແມ່ນຢູ່ໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.02, S.D. = 0.87),
ນັກສຶກສາທີ່ບໍ່ມັກອ່ານເຮັດໃຫ້ມີຄວາມສ່ຽງທີ່ຈະເສງບໍ່ຜ່ານ ແມ່ນຢູ່ໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.16, S.D. = 1.16) ແລະທີ່ສໍາຄັນຜົນເສຍຂອງການບໍ່ມັກອ່ານ
ໃນນີ້ ການບໍ່ມັກອ່ານມີຜົນເຮັດໃຫ້ທ່ານບໍ່ມີການພັດທະນາຕົນເອງ
ແລະເຮັດໃຫ້ບໍ່ສາມາດກ້າວທັນໂລກທີ່ມີການປ່ຽນແປງ ຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ
ຄະນະວິທະຍາສາດສັງຄົມ ພາກວິຊາສັງຄົມສົງເຄາະ ແລະການພັດທະນາ ສາຂາວິຊາ
ພັດທະນາຊຸມຊົນ-ຊົນະບົດ ປີ 4 ແມ່ນຢູ່ໃນລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ
(
= 2.11, S.D.= 0.94).
ຕາລາງ 4:20 ຜົນເສຍຂອງການບໍ່ມັກອ່ານ
ຂໍ້
|
ເນື້ອໃນ
|
ຄ່າສະເລ່ຍ
|
S.D
|
ແປຄວາມໝາຍ
|
23
|
ການບໍ່ມັກອ່ານມີຜົນເຮັດໃຫ້ທ່ານຂາດທັກສະໃນການເວົ້າ,
ການຟັງ, ການຂຽນ, ການອ່ານ ແລະທັກສະຕ່າງໆທີ່ສໍາຄັນໃນການສຶກສາຮຽນຮູ້
|
2.30
|
1.11
|
ຫຼາຍ
|
24
|
ການບໍ່ມັກອ່ານເຮັດໃຫ້ທ່ານເປັນຄົນເສົ້າໝອງ
ແລະເປັນຄົນບໍ່ເຂົ້າກັບສັງຄົມ
|
2.77
|
1.33
|
ຫຼາຍ
|
25
|
ການບໍ່ມັກອ່ານເຮັດໃຫ້ທ່ານບໍ່ມີຄວາມຄິດສ້າງສັນ,
ແນວຄິດລິເລີ່ມ,ເປັນການປິດກັ້ນຕົນເອງຈາກໂລກພາຍນອກ
ແລະຈາກໂອກາດຕ່າງໆທີ່ຈະເຂົ້າມາໃນຊີວິດ
|
2.72
|
1.30
|
ຫຼາຍ
|
26
|
ການບໍ່ມັກອ່ານມີຜົນຕໍ່ການຂຽນບົດຈົບຊັ້ນ
|
2.19
|
1.14
|
ຫຼາຍ
|
ລວມຄ່າສະເລ່ຍ
|
2.49
|
1.22
|
ຫຼາຍ
|
ຈາກຕາຕະລາງ 4:20: ເຫັນວ່າ
ການບໍ່ມັກອ່ານມີຜົນເຮັດໃຫ້ທ່ານຂາດທັກສະໃນການເວົ້າ, ການຟັງ, ການຂຽນ, ການອ່ານ
ແລະທັກສະຕ່າງໆທີ່ສໍາຄັນໃນການສຶກສາຮຽນຮູ້ ໂດຍສະເພາະຂອງນັກສຶກສາ ທີ່ສັງກັດຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາດສັງຄົມ
ພາກວິຊາສັງຄົມສົງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊຸມຊົນ-ຊົນນະບົດ ປີ 4
ກໍ່ຄືນັກສຶກສາທົ່ວເຂດທີ່ບໍ່ມັກອ່ານ ແມ່ນຢູ່ໃນ ລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.30, S.D. = 1.11), ນອກຈາກນັ້ນແລ້ວ
ການບໍ່ມັກອ່ານເຮັດໃຫ້ທ່ານເປັນຄົນເສົ້າໝອງ ແລະເປັນຄົນບໍ່ເຂົ້າກັບສັງຄົມ
ໃນການຜົວພັນຄົບຄາສະມາຄົມໃນວົງກ້ວາງ ແມ່ນຢູ່ໃນ ລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.77, S.D. = 1.33),
ນີ້ມັນສະແດງໃຫ້ວ່າການບໍ່ມັນອ່ານມີຜົນເສຍຫຼາຍຢ່າງຕໍ່ຕົນເອງ
ແລະອາດຈະສົ່ງຜົນໄປເຖິງຄົນອ້ອມຂ້າງ, ການບໍ່ມັກອ່ານເຮັດໃຫ້ທ່ານບໍ່ມີຄວາມຄິດສ້າງສັນ,
ແນວຄິດລິເລີ່ມ,ເປັນການປິດກັ້ນຕົນເອງຈາກໂລກພາຍນອກ
ແລະຈາກໂອກາດຕ່າງໆທີ່ຈະເຂົ້າມາໃນຊີວິດຂອງນັກສຶກສາ ແມ່ນຢູ່ໃນ ລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ
ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.7, S.D. = 1.30)
ແລະການບໍ່ມັກອ່ານມີຜົນຕໍ່ການຂຽນບົດຈົບຊັ້ນ ຂອງນັກສຶກທີ່ກໍາລັງຂຽນບົກຈົບຊັ້ນ
ເພາະວ່າການທີ່ຈະຂຽນບົດຈົບຊັ້ນບົດໜຶ່ງເຖິງແມ່ນວ່າຈະເປັນບົດຄົ້ນຄວ້າລະດັບໃດກໍ່ຕາມ
ເຊັ່ນ: ລະດັບປະລິນຍາຕີ, ປະລິນຍາໂທ ແລະລະດັບປະລິນຍາເອກ
ສິ່ງທີ່ເປັນຫົວໃຈຂອງການນໍາໄປສູ່ຜົນສໍາເລັດແມ່ນການອ່ານ
ຍິ່ງບົດໃຫຍ່ເທົ່າໃດກໍ່ຍິ່ງຕ້ອງອ່ານຫຼາຍເທົ່ານັ້ນ ສະນັ້ນ,
ການບໍ່ມັກອ່ານມີຜົນຕໍ່ການຂຽນບົດຈົບຊັ້ນ ຂອງນັກສຶກທີ່ກໍາລັງຂຽນບົດຈົບຊັ້ນ ແມ່ນຢູ່ໃນ
ລະດັບຫຼາຍ ເຊິ່ງມີຄ່າສະເລ່ຍ ແລະຄ່າຜັນປ່ຽນມາດຕະຖານເທົ່າກັບ (
= 2.19, S.D. = 1.14).
4. ຄິດເເຫັນຂອງກຸ່ມຕົວຢ່າງກ່ຽວກັບບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ
4.1. ບົດບາດຂອງການອ່ານທີ່ມີຕໍ່ການສຶກສາຮໍ່າຮຽນ
ຜ່ານການໃຫ້ຄວາມຄິດຄວາມເຫັນຂອງກຸ່ມຕົວຢ່າງສາມາດສະຫຼຸບໄດ້ດັ່ງ:
1). ການອ່ານມີຄວາມສໍາຄັນໃນການຮໍ່າຮຽນເຮັດໃຫ້ຈື່
ແລະເຂົ້າໃຈງ່າຍ, ມີບົດຮຽນໃໝ່ເຂົ້າມາໃນຊີວິດ
2). ການອ່ານສາມາດເຮັດໃຫ້ເຂົ້າໃຈກ່ຽວກັບເນື້ອໃນບົດຮຽນໄດ້ດີ,
ມີຄວາມຮູ້ຕໍ່ກັບການຮຽນ ແລະປະສົບການໃໝ່
3). ການອ່ານແມ່ນເປັນບົດບາດສໍາຄັນສໍາລັບນັກສຶກສາຮໍ່າຮຽນທຸກຄົນແມ່ນຂາດສິ່ງນີ້ໄປບໍ່ໄດ້ເພາະການອ່ານເປັນສິ່ງທີ່ເຮັດໃຫ້ເຮົາຮູ້ຂໍ້ມູນທີ່ເຮົາບໍ່ເຄີຍຮູ້ມາກ່ອນ,
ການອ່ານບາງຢ່າງເປັນສິ່ງທີ່ຊີ້ນໍາທິດທາງການສຶກສາຂອງນັກສຶກສາ ແລະແກ້ໄຂບັນຫາໄດ້ດີ.
4). ເຮັດໃຫ້ການຮຽນມີລັກສະນະກະໂດດຂັ້ນ,
ເຮັດໃຫ້ການສຶກສາຮໍ່າຮຽນມີລັກສະນະທີ່ດີຂຶ້ນເລື້ອຍໆ, ມີຄວາມຮັບຮູ້ໄວຂຶ້ນ
ແລະຊ່ວຍໃຫ້ມີຄວາມຮູ້ທັດສະນະຄະຕິທີ່ດີ
5). ມີຄວາມສໍາຄັນຫຼາຍຖ້າເຮົາບໍ່ອ່ານເຮົາຈະບໍ່ຮູ້ໄດ້ວ່າບົດຮຽນທີ່ຮຽນມາເວົ້າເຖິງຫຍັງ,
ຈະບໍ່ເຂົ້າໃຈໃນເວລາອາຈານອະທິບາຍ ແລະເວລາສອບເສັງກໍ່ຈະບໍ່ຜ່ານ
6). ສາມາດຊອກຫາຄວາມຮູ້ໃໝ່ໆເພື່ອໄປພັດທະນາຕົນເອງ,
ສາມາດນໍາໄປໃຊ້ໃນການຂຽນບົດຈົບຊັ້ນ ແລະສາມາດເຂົ້າໃຈຫຼາຍສິ່ງຫຼາຍຢ່າງຈາກການອ່ານ
7). ຊ່ວຍເຮັດໃຫ້ເຮົາຮູ້ເຖິງປະກົດການຕ່າງໆຂອງສັງຄົມທີ່ເກີດຂຶ້ນ
ແລະສາມາດຮັບຮູ້ຂໍ້ມູນໄດ້ຢ່າງວ່ອງໄວ
8). ເຮັດໃຫ້ການສຶກສາຮໍ່າຮຽນມີປະສິດທິພາບ
ແລະມີປະສິດທິຜົນສູງຂຶ້ນເພື່ອເຮັດໃຫ້ເຂົ້າໃຈບຸກຄົນອື່ນ
ຫຼືເຂົ້າໃຈໂລກອັນແສນກ້ວາງໄກນີ້ໄດ້ກໍ່ຕ້ອງຜ່ານການອ່ານ, ການຟັງ ແລະການສັງເກດຂອງຕົນເອງ
9). ຊ່ວຍໃຫ້ເຮົາສາມາດຮັບຮູ້ເລື່ອງລາວຕ່າງໆທີ່ເກີດຂຶ້ນບໍ່ວ່າຈະເປັນເລື່ອງປະຫວັດສາດ,
ສາລະຄະດີ, ວາລະສານທາງສັງຄົມ ແລະເສີມສ້າງທັກສະໃນດ້ານຕ່າງໆບໍ່ວ່າຈະເປັນການເວົ້າ,
ການອ່ານ, ການຂຽນບົດເພື່ອໃຫ້ເຂົ້າໃຈສະຖານະການຂອງປະເທດທີ່ມີການພັດທະນາ,
ເຮັດໃຫ້ມີທັກສະທີ່ດີ, ມີຄວາມຮູ້ໃໝ່ໆ, ເປັນຄົນສະຫຼາດມີໄຫວພິກ
ແລະເປັນຄົນເບິ່ງໂລກໃນທາງທີ່ກວ້າງຂຶ້ນ
10). ພັດທະນາບຸກຄະລິກກະພາບ,
ປ່ຽນແປງຕົນເອງໃຫ້ເປັນຄົນຮັກການອ່ານຫຼາຍຂຶ້ນ
ແລະສາມາດພັດທະນາຄຸນນະພາບການສຶກສາເຮັດໃຫ້ເຮົາມີຄວາມຮູ້ໃໝ່ໆເຂົ້າມາໃນຊີວິດເປັນຄົນບໍ່ຕົກຂ່າວ
ແລະເຂົ້າໃຈບາງສິ່ງບາງຢ່າງທີ່ເຮົາບໍ່ເຄີຍຮູ້
11). ເຮັດໃຫ້ເກີດມີສ່ວນຮ່ວມກັບຄູອາຈານ
ແລະໄດ້ຄະແນນໃນລະດັບດີ
4.2. ຜົນຈາກການບໍ່ມັກອ່ານໃນເວລາສຶກສາຮໍ່າຮຽນ
1).
ຖ້າບໍ່ມັກອ່ານຈະບໍ່ເຂົ້າໃຈບົດຮຽນ, ບໍ່ຮູ້ເລື່ອງຫຍັງເຂົ້າໃຈຢາກ
ແລະບໍ່ສາມາດຕອບຄໍາຖາມຂອງອາຈານໄດ້ເຮັດໃຫ້ຜົນຂອງການຮຽນບໍ່ໄດ້ຕາມຄວາມຕ້ອງການຂອງເຮົາ,
ຜົນຂອງການຮຽນບໍ່ໄດ້ດີ ແລະເຮັດໃຫ້ການຮຽນຕົກຕໍ່າ ແລະບໍ່ສາມາດຈື່ບົດຮຽນໄດ້
2). ການສຶກສາຮໍ່າຮຽນຖ້າຂາດການອ່ານແມ່ນມີຜົນເສຍຫຼາຍດ້ານຕໍ່ກັບການຮຽນເປັນຕົ້ນແມ່ນບໍ່ຮູ້ການຮຽນ,
ບໍ່ຮູ້ວ່າຕົນເອງຮຽນເພື່ອຫຍັງ, ຄະແນນບໍ່ຜ່ານ, ຕອນເສັງກໍ່ບໍ່ມີຂໍ້ມູນຕອບ
ແລະເມື່ອຮຽນຈົບໄປກໍ່ບໍ່ໄດ້ຄຸນນະພາບເພາະຂາດການອ່ານ
3). ເຮັດໃຫ້ມີບັນຫາໃນການສຶກສາຮໍ່າຮຽນ,
ຮຽນອ່ອນ, ຂາດການຮັບຮູ້ຂໍ້ມູນຂ່າວສານໃໝ່ໆ, ສະໝອງມີພັດທະນາການຊ້າກວ່າຄົນທີ່ມັກອ່ານ,
ບໍ່ມີທັກສະໃນການເວົ້າ ແລະບໍ່ຮັບຮູ້ເລື່ອງລາວຕ່າງໆກ່ຽວກັບສັງຄົມ
4). ເຮັດໃຫ້ຕົນເອງບໍ່ມີຫົວຄິດປະດິດສ້າງໃນສິ່ງທີ່ຜູ້ອື່ນມີ,
ຜູ້ອື່ນເຮັດ ແລະບໍ່ສາມາດຂຽນບົດຈົບຊັ້ນໄດ້ອີກ
5). ເຮັດໃຫ້ບໍ່ເຂົ້າໃຈບໍ່ຮູ້ເຖິງການພັດທະນາ,
ຂາດປະສົບການ ແລະຂາດຄວາມເຂົ້າໃຈຕໍ່ສິ່ງທີ່ສຶກສາເຮັດໃຫ້ຄວາມຮັບຮູ້ນັບມື້ຖອຍລົງ
ແລະເປັນຄົນຫຼ້າຫຼັງບໍ່ສາມາດເບິ່ງໂລກພາຍນອກໄດ້
6). ບໍ່ສາມາດເຂົ້າໃຈເຖິງວິຊາເຮົາຮຽນພາໃຫ້ເຂົ້າໃຈບົດຮຽນຊ້າ,
ບໍ່ໄດ້ຄວາມຮູ້ ແລະບໍ່ມີປະສົບການໃນການເຮັດວຽກ
7). ບໍ່ມີຄວາມກ້າຫານໃນການຕອບຄໍາຖາມກັບອາຈານເພາະບໍ່ຮູ້ເນື່ອງຈາກບໍ່ໄດ້ອ່ານເຮັດໃຫ້ບໍ່ຮູ້ຫຍັງເລີຍໃນວິຊານັ້ນ
4.3. ວິທີແກ້ໄຂ
ການປະກອບຄວາມຄິດຄວາມເຫັນຂອງກຸ່ມຕົວຢ່າງໃນການຫາວິທີແກ້ໄຂບັນຫາການບໍ່ມັກອ່ານຂອງນັກສຶກສາໃນເວລາຮຽນ ເພື່ອສົ່ງເສີມເຂົາເຈົ້າໃຫ້ກາຍເປັນຜູ້ມັກອ່ານ
ແມ່ນມີຄວາມລາກຫຼາຍວິທີການທີ່ຈະຊ່ວຍໃຫ້ເຂົາເຈົ້າກາຍເປັນຄົນມັກຮັກໃນການອ່ານ
ໃນທີ່ນີ້ຈະເປັນການລວມເອົາບັນດາຄວາມຄິດເຫັນກ່ຽວກັບການຫາວິທີແກ້ໄຂບັນການບໍ່ມັກອ່ານດັ່ງລຸ່ມນີ້:
1). ໃນການຝຶກອ່ານເຮົາຕ້ອງເລີ່ມຕົ້ນມື້ໜຶ່ງ
15-30 ນາທີກ່ອນແຕ່ຈະຕ້ອງໄດ້ອ່ານເພື່ອເຮັດໃຫ້ເກີດຄວາມຊິນເຄີຍໃນການອ່ານ
ແລະຕັ້ງໃຈອ່ານໜັງສື
2). ວິທີແກ້ໄຂກ່ຽວກັບການອ່ານເປັນສິ່ງທີ່ຢາກທີ່ເຮົາຈະແກ້ໄຂໄດ້ງ່າຍໆ
ສະນັ້ນຄວນປູກຈິດສໍານຶກນັກສຶກສາມາແຕ່ຍັງນ້ອຍ, ຊີ້ນໍາທິດທາງແຜນການໃນການສຶກສາຮໍ່າຮຽນ
ແລະອີກຢ່າງໜຶ່ງຄູອາຈານຄວນເອົາວຽກບ້ານໃຫ້ນັກສຶກສາທຸກຄັ້ງເພື່ອເປັນການປະຕິບັດໃຫ້ນັກສຶກສາອ່ານໄປໃນຕົວຂອງນັກສຶກສາເອງ
3). ສ້າງແຮງຈູງໃຈໃຫ້ຜູ້ທີ່ບໍ່ມັກອ່ານ,
ບອກເຫດຜົນທີ່ອ່ານແລ້ວຈະມີຜົນດີຕາມມາໄດ້ມີຄວາມຮູ້ຄວາມສາມາດຕ່າງໆ
4). ຫາເວລາຫວ່າງແຕ່ລະມື້ຝຶກອ່ານໃຫ້ໄດ້
5 ນາທີ ຫຼື 1 ຊົ່ວໂມງຂຶ້ນໄປ, ຊອກຫາເລື່ອງທີ່ໜ້າສົນໃຈ
ແລະຊອກຫາສະຖານທີ່ທີເໝາະສົມໃນການອ່ານ
5). ຄວນປູກຈິດສໍານຶກໃນເບື້ອງຕົ້ນໃຫ້ຕົນເອງເປັນຄົນມັກອ່ານ,
ຊອກຮູ້ຮໍ່າຮຽນຢູ່ສະເໝີ ແລະໜັງສືທີ່ອ່ານຄວນມີສາລະທີ່ເຂົ້າໃຈງ່າຍ
6).ຕ້ອງໃຫ້ເຂົາເຈົ້າຮູ້ເຖິງຄວາມສໍາຄັນຂອງການອ່ານວ່າມັນມີຜົນດີຕໍ່ກັບການຮຽນ,
ທັກສະການເວົ້າ ແລະການປັບຕົວໃຫ້ເຂົ້າກັບສັງຄົມເພື່ອໃຊ້ເວລາຫວ່າງໃຫ້ເປັນປະໂຫຍ
7). ຕ້ອງອ່ານເປັນໂມງເປັນເວລາອ່ານແລ້ວຕ້ອງໃຫ້ເຂົ້າໃຈຄວາມໝາຍ
ແລະຈັບຈຸດສໍາຄັນໄດ້, ເປິດໂອກາດໃຫ້ເຂົາມີຄວາມຄິດສົນໃຈຢາກອ່ານໃນສິ່ງທີ່ເຂົາມັກ
ແລະຢາກໄດ້ເພື່ອກະຕຸ້ນໃຫ້ເຂົາເປັນຄົນມັກອ່ານຫຼາຍຂຶ້ນ
8).ເພີ່ມຄວາມຕັ້ງໃຈ
ແລະໃຫ້ຄວາມສໍາຄັນກັບການອ່ານໃຫ້ຫຼາຍຂຶ້ນ
ຫຼືອາດຈະຫາເລື່ອງທີ່ໜ້າສົນໃຈມາອ່ານກ່ອນຫຼັງຈາກນັ້ນຈຶ່ງອ່ານເລື່ອງທີ່ເປັນບົດຮຽນສໍາຄັນຕ້ອງສ້າງປຶ້ມອ່ານທີ່ເປັນທາງວິຊາການ
ແລະມີຄວາມເພີດເພີນໄປພ້ອມເພື່ອບໍ່ໃຫ້ປຶ້ມທີ່ນັກສຶກສາອ່ານນັ້ນໜ້າເບື່ອ
9). ຕ້ອງເລີ່ມຈາກສິ່ງທີ່ໜ້າສົນໃຈເປັນຕົ້ນວາລະສານ,
ໜັງສືກະຕູນຕ່າງໆໃຫ້ມັກຮັກໃນການອ່ານປຶ້ມກ່ອນ
10).ພະຍາຍາມບັງຄັບຕົວເອງໃຫ້ອ່ານໜັງສືໂດຍອ່ານມື້ລະໜ້ອຍຈາກນັ້ນຈຶ່ງຄ່ອຍອ່ານຫຼາຍຂຶ້ນເລື້ອຍໆ
11).ຕ້ອງພະຍາຍາມອະທິບາຍໃຫ້ເຂົາເຈົ້າເຂົ້າໃຈບັນຫາຂອງການອ່ານນັ້ນມີຄວາມສໍາຄັນຕໍ່ຊີວິດຂອງເຂົາເຈົ້າ,
ຄວນພັດທະນາການອ່ານໜັງສືໃຫ້ຫຼາຍຂຶ້ນ,
ສົ່ງເສີມຄວາມຄິດທີ່ດີກ່ຽວກັບການອ່ານວ່າມີປະໂຫຍດຫຼາຍຊໍ່າໃດ
12). ຊອກຫາເລື່ອງທີ່ມີສາລະໃຫ້ຕົນເອງມີແນວຄິດພາເພີນກັບສິ່ງນັ້ນ,
ເຜີຍແຜ່ຂໍ້ມູນໃຫ້ຜູ້ທີ່ບໍ່ມັກອ່ານ, ເປີດວີດີໂອກ່ຽວກັບການຮຽນ,
ການອ່ານໃຫ້ນັກຮຽນເບິ່ງ, ພານັກຮຽນຫຼິ້ນເກມ, ຊຸກຍູ້ ແລະປຸກລະດົມໃຫ້ເຂົາເຈົ້າມີຈິດໃຈມັກອ່ານ
13).ຕົນເອງຕ້ອງເຮັດເປັນແບບຢ່າງໃຫ້ຜູ້ອື່ນເບິ່ງກ່ອນແລ້ວຫຼັງຈາກນັ້ນຈຶ່ງໃຫ້ມີການປະຕິບັດ,
ຕ້ອງຊຸກຍູ້ຜູ້ກ່ຽວອ່ານປຶ້ມເລື່ອງທີ່ເຂົ້າກັບຊີວິດຂອງຜູ້ກ່ຽວຫຼັງຈາກນັ້ນຜູ້ກ່ຽວຈະມັກອ່ານ
ຢາກໃຫ້ມີການອ່ານແບບອັດສຽງແລ້ວບັນທຶກສາມາດຈື່ໄດ້ງ່າຍເຮັດໃຫ້ຜູ້ຟັງສາມາດຟັງໄດ້ ແລະຈັບປະເດັນໃນການອ່ານໄດ້
14). ສ້າງໃຫ້ນັກສຶກສາມີຄວາມກ້າຫານ,
ຍອມຮັບຄວາມຄິດເຫັນຂອງນັກສຶກສາພະຍາຍາມກະຕຸ້ນແນວຄິດຈາກການໂຄສະນາໃນການອ່ານທີ່ມີຜົນປະໂຫຍດໃຫ້ກັບຜູ້ທີ່ມັກອ່ານ
15). ຕ້ອງອ່ານໃນເວລາພັກຜ່ອນ
ຫຼືເວລາຕອນເຊົ້າ ແລະຄວນອ່ານໃນຊ່ວງເວລາທີ່ມີຄວາມສະຫງົບບໍ່ມີຄົນກວນໃຈເພາະເວລານີ້ອາດເຮັດໃຫ້ຈໍາເປັນຫຼາຍທີ່ສຸດ.
ພາກທີ V
ສະຫຼຸບ, ອະພິປາຍຜົນ ແລະຂໍ້ສະເໜີແນະ
1. ສະຫຼຸບ
ໃນການສຶກສາໃນຄັ້ງນີ້
ເປັນການສຶກສາ ບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ ກໍ່ລະນີສຶກສາ:
ສຶກສາໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາສັງຄົມ ພາກວິຊາສັງຄົມສັງເຄາະ
ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ ປີ 4 ໂດຍມີຈຸດປະສົງ 3 ດ້ານ: (1) ສຶກສາບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ;
(2) ສຶກສາຜົນກະທົບຕໍ່ນັກຮຽນນັກສຶກສາບໍ່ມັກອ່ານໜັງສືໃນເວລາສຶກສາຮໍ່າຮຽນ ແລະ (3) ສຶກສາຫາທາງແກ້ໄຂບັນຫາເພື່ອໃຫ້ນັກຮຽນມັກອ່ານໃນເວລາຮຽນ.
ໃນການສຶກສາປະສາກອນຕົວຢ່າງ ຈໍານວນ 36 ຄົນ, ໃນນັ້ນມີ ເພດຍິງ 21 ຄົນ ແລະເພດຊາຍ 15
ຄົນ.
ວິທີດໍາເນີນການວິໄຈ
ແມ່ນໄດ້ແຈກແບບສອບຖາມ ໃຫ້ກຸ່ມຕົວຢ່າງທີ່ເປັນນັກສຶກສາ ຈໍານວນ 36 ຄົນ,
ນໍາໃຊ້ລັກສະນະການສຸ່ມຕົວຢ່າງແບບງ່າຍດາຍ ແລະເປີດໂອກາດໃຫ້ທຸກຄົນຖືກເລືອກ.
ເຄື່ອງມືທີ່ໃຊ້ໃນການເກັບກໍາຂໍ້ມູນແມ່ນນນໍາໃຊ້ແບບສອບຖາມຂໍ້ມູນກ່ຽວກັບບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ
ຂອງນັກສຶກສາ, ຈຸດປະສົງຂອງການອ່ານ, ຜົນກະທົບດ້ານລົບຂອງຜູ້ທີ່ບໍ່ມັກອ່ານ,
ລະດັບຄວາມສໍາຄັນຂອງການອ່ານ, ລະດັບຄວາມຈໍາເປັນ ແລະວິທີແກ້ໄຂແກ້ບັນຫາເພື່ອໃຫ້ນັກຮຽນມັກອ່ານໃນເວລາຮຽນ
ຂອງນັກສຶກສາສຶກສາໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາສັງຄົມ
ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ ປີ 4
ເຊິ່ງແບບຊອມຖາມ ປະກອບດ້ວຍ 3 ພາກສ່ວນຄື:
ສ່ວນທີ່1: ເປັນຄໍາຖາມກ່ຽວກັບ ຂໍ້ມູນທົ່ວໄປຂອງຜູ້ຕອບແບບສອບຖາມມີຄື: ເພດ,
ອາຍຸ, ລະດັບການສຶກສາ, ຄະນະທີສັງກັດ, ພາກວິຊາ ແລະສາຂາວິຊາຮຽນ ເຊິ່ງເປັນຄໍາຖາມແບບປິດ
ທີ່ມີຄໍາຕອບໃຫ້ເລືອກໄດ້ພຽງຄໍາຕອບດຽວ.
ສ່ວນທີ່ 2: ເປັນຄໍາຖາມກ່ຽວກັບການອ່ານ, ບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ
ຂອງນັກສຶກສາ, ຈຸດປະສົງຂອງການອ່ານ, , ລະດັບຄວາມສໍາຄັນຂອງການອ່ານ, ລະດັບຄວາມຈໍາເປັນ
ແລະລະດັບຜົນກະທົບດ້ານລົບຂອງຜູ້ທີ່ບໍ່ມັກອ່ານ.
ສ່ວນທີ່ 3: ເປັນຄໍາຖາມເປີດກ່ຽວກັບ ການອ່ານມີບົດບາດຄວາມສໍາຄັນຕໍ່ການສຶກສາຮໍ່າຮຽນ,
ຜົນເສຍຂອງການບໍ່ມັກອ່ານຕໍ່ການຮຽນ ແລະ ວິທີແກ້ໄຂບັນຫາການບໍ່ມັກອ່ານຂອງນັກສຶກສາໃນເວລາຮຽນ ເພື່ອສົ່ງເສີມເຂົາເຈົ້າໃຫ້ກາຍເປັນຜູ້ມັກອ່ານ
ເຊິ່ງພາກສ່ວນທີ່ໃຫ້ຜູ້ຕອບແບບສອບຖາມໄດ້ສະແດງຄວາມຄິດຄວາມເຫັນ ແລະຂໍ້ສະເໜີ. ແບບສອບຖາມນີ້ໄດ້ຮັບຈາການກວດຜ່ານຄວາມຊື່ຕົງທາງດ້ານເນື້ອໃນຂອງເຄື່ອງມືເກັບກໍາຂໍ້ມູນ
ຈາກອານສອນ ແລະອາຈານ ທີ່ປຶກສາ.
ການວິເຄາະຂໍ້ມູນແມ່ນໄດ້ຊອກຫາຄ່າ
ຄວາມຖີ່ເປັນສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜິດດຽງມາດຕະຖານ, ການສຶກສາ
ແລະການນໍາສະເໜີການສຶກສາ, ອະພິປາຍຜົນການວິໄຈ ແລະຂໍ້ສະເໜີ ດັ່ງລຸ່ມນີ້:
1.1. ຂໍ້ມູນສ່ວນຕົວຂອງຜູ້ຕອບແບບສອບຖາມ
ກຸ່ມປະຊາກອນຕົວຢ່າງຜູ້ທີ່ຕອບແບບສອບຖາມທັງໝົດ ແມ່ນເປັນນັກສຶກທີ່ສຶກສາມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາສັງຄົມ ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ ປີ 4 ລວມທັງໝົດຈໍານວນ 36 ຄົນ, ໃນນັ້ນມີ ເພດຍິງ 21 ຄົນ ແລະເພດຊາຍ 15 ຄົນ. ຍາຍຸແຕ່ 20-22 ປີ ມີ 19 ຄົນ, 23-24 ປີ ມີ 14 ຄົນ, 25 ປີ ຂຶ້ນໄປ ມີ 3 ຄົນ. ສະດັບການສຶກສາ ແມ່ນກໍາລັງສຶກສາ ລະດັບປະລິນຍາຕີ ທີ່ມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາສັງຄົມ ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ ປີ 4 ທັງໝົດ.
1.2.
ສະພາບທົ່ວໄປກ່ຽວກັບການອ່ານຕໍ່ນັກສຶກສາ
1). ບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ນັກສຶກສາຮໍ່າຮຽນຂອງມະຫາວິທະຍາໄລແຫ່ງຊາດ
ຄະນະວິທະຍາສາສັງຄົມ ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ
ປີ 4 ໂດຍມີຄ່າສະເລ່ຍ
2.05 ຢູ່ໃນນລະດັບຫຼາຍ ເມື່ອຈາລະນາ ແຕ່ລະຂໍ້ເຫັາວ່າ: ການອ່ານບົດບາດຄວາມສໍາຄັນຂອງການອ່ານມີຄວາມສໍາຄັນຫຼາຍໃນເວລາຮຽນ
ເຊິ່ງການອ່ານໃນເວລາຮຽນແມ່ນສາມາດເຂົ້າໃຈບົດຮຽນ
ແລະສິ່ງທີ່ອາຈານສອນໄດ້ດີສາມາດຕິດຕາມບົດຮຽນ ແລະຈື່ຈໍາໄດ້ດີກ່ຽວກັບສິ່ງທີ່ໄດ້ຮຽນ, ສາມາດແກ້ໄຂບັນຫາ
ແລະຕັດສິນໃຈໄດ້ຢ່າງຖືກຕ້ອງ ແລະມີໂອກາດທີ່ຈະໄດ້ຄວາມຮູ້ໃໝ່ໆຈາກປຶ້ມ
ຫຼືເອກະສານທຸກປະເພດໄດ້, ການອ່ານໃນເວລາຮຽນມີຜົນເຮັດໃຫ້ການຮຽນມີການພັດທະນາ
ແລະການອ່ານເຮັດໃຫ້ທ່ານມີຜົນການຮຽນທີ່ດີ, ການອ່ານມີຜົນດີຕໍ່ກັບການຂຽນບົດຈົບຊັ້ນ ແລະການອ່ານມີຜົນຕໍ່ກັບການໄດ້ວຽກເຮັດງານທໍາທີ່ດີໃນອະນາຄົດ.
2). ຜົນກະທົບຕໍ່ນັກຮຽນນັກສຶກສາບໍ່ມັກອ່ານໜັງສືໃນເວລາສຶກສາຮໍ່າຮຽນການບໍ່ມັກອ່ານ ໂດຍມີຄ່າສະເລ່ຍ
3.31 ຢູ່ໃນນລະດັບຫຼາຍ ເມື່ອຈາລະນາ ແຕ່ລະຂໍ້ເຫັາວ່າ: ເຮັດໃຫ້ການຮຽນຂອງທ່ານບໍ່ມີຄຸນນະພາບ ແລະມີຜົນຕໍ່ການປະກອບເຮັດວຽກງານຕ່າງໆໃນຕໍ່ໜ້າ,
ເຮັດໃຫ້ທ່ານຂາດທັກສະໃນການເວົ້າ,
ການຟັງ, ການຂຽນ, ການອ່ານ ແລະທັກສະຕ່າງໆທີ່ສໍາຄັນໃນການສຶກສາຮຽນຮູ້, ການນໍາໃຊ້ຂໍ້ມູນຂ່າວສານ
ແລະການຮູ້ແຫຼ່ງຂໍ້ມູນທີ່ດີ, ການນໍາໃຊ້ຂໍ້ມູນຂ່າວສານ
ແລະການຮູ້ແຫຼ່ງຂໍ້ມູນທີ່, ນັກສຶກສາທີ່ບໍ່ມັກອ່ານເຮັດໃຫ້ມີຄວາມສ່ຽງທີ່ຈະເສງບໍ່ຜ່ານ,ບໍ່ມີການພັດທະນາຕົນເອງ ແລະເຮັດໃຫ້ບໍ່ສາມາດກ້າວທັນໂລກທີ່ມີການ
ແລະຜົນຕໍ່ກັບການຂຽນບົດຈົບຊັ້ນອີກດ້ວຍ.
1.3. ຄວາມຄິດເຫັນຂອງນັກສຶກສາກຸ່ມເປົ້າໝາຍ
ການອ່ານມີຄວາມສໍາຄັນໃນການຮໍ່າຮຽນເຮັດໃຫ້ຈື່ ເຂົ້າໃຈບົດຮຽນໃໝ່ເຂົ້າມາໃນຊີວິດ,
ເຮັດໃຫ້ເຂົ້າໃຈກ່ຽວກັບເນື້ອໃນບົດຮຽນໄດ້ດີ, ແລະປະສົບການໃໝ່, ເປັນບົດບາດສໍາຄັນສໍາລັບນັກສຶກສາຮໍ່າຮຽນ,
ການອ່ານບາງຢ່າງເປັນສິ່ງທີ່ຊີ້ນໍາທິດທາງການສຶກສາຂອງນັກສຶກສາ ແລະແກ້ໄຂບັນຫາໄດ້ດີ, ເຮັດໃຫ້ການຮຽນມີລັກສະນະກະໂດດຂັ້ນ,
ເຮັດໃຫ້ການສຶກສາຮໍ່າຮຽນມີລັກສະນະທີ່ດີຂຶ້ນເລື້ອຍໆ, ມີຄວາມຮັບຮູ້ໄວຂຶ້ນ
ແລະຊ່ວຍໃຫ້ມີຄວາມຮູ້ທັດສະນະຄະຕິທີ່ດີ, ຊ່ວຍເຮັດໃຫ້ເຮົາຮູ້ເຖິງປະກົດການຕ່າງໆຂອງສັງຄົມທີ່ເກີດຂຶ້ນ
ແລະສາມາດຮັບຮູ້ຂໍ້ມູນໄດ້ຢ່າງວ່ອງໄວ, ເຮັດໃຫ້ການສຶກສາຮໍ່າຮຽນມີປະສິດທິພາບ
ແລະມີປະສິດທິຜົນສູງຂຶ້ນເພື່ອເຮັດໃຫ້ເຂົ້າໃຈບຸກຄົນອື່ນ
ຫຼືເຂົ້າໃຈໂລກອັນແສນກ້ວາງໄກນີ້ໄດ້ກໍ່ຕ້ອງຜ່ານການອ່ານ, ການຟັງ
ແລະການສັງເກດຂອງຕົນເອງ ແລະຊ່ວຍໃຫ້ເຮົາສາມາດຮັບຮູ້ເລື່ອງລາວຕ່າງໆທີ່ເກີດຂຶ້ນບໍ່ວ່າຈະເປັນເລື່ອງປະຫວັດສາດ,
ສາລະຄະດີ, ວາລະສານທາງສັງຄົມ ແລະເສີມສ້າງທັກສະໃນດ້ານຕ່າງໆບໍ່ວ່າຈະເປັນການເວົ້າ,
ການອ່ານ, ການຂຽນບົດເພື່ອໃຫ້ເຂົ້າໃຈສະຖານະການຂອງປະເທດທີ່ມີການພັດທະນາ,
ເຮັດໃຫ້ມີທັກສະທີ່ດີ, ມີຄວາມຮູ້ໃໝ່ໆ, ເປັນຄົນສະຫຼາດມີໄຫວພິກ
ແລະເປັນຄົນເບິ່ງໂລກໃນທາງທີ່ກວ້າງຂຶ້ນ.
2. ອະພິປາຍຜົນ
ຈາກການສຶກສາໃນຄັ້ງນີ້
ໄດ້ໃນການສຶກສາໃນຄັ້ງນີ້ ເປັນການສຶກສາ ບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ
ກໍ່ລະນີສຶກສາ: ສຶກສາໃນຂອບເຂດມະຫາວິທະຍາໄລແຫ່ງຊາດ ຄະນະວິທະຍາສາສັງຄົມ
ພາກວິຊາສັງຄົມສັງເຄາະ ແລະການພັດທະນາ ສາຂາວິຊາ: ພັດທະນາຊົນນະບົດ ປີ 4
ໂດຍອະພິປາຍພຽງແຕ່ບາງປະເດັ່ນທີ່ສໍາຄັນທີ່ຄົ້ນພົບດັ່ງຕໍ່ໄປນີ້:
(1)
ບົດບາດຄວາມສໍາຄັນຂອງການອ່ານທີ່ີນັກສຶກສາຜ່ານການສຶກສາ
ຈາກຜົນການສຶກສາ ຂອງກຸ່ມຕົ່ວຢ່າງພົບວ່າ ບົດບາດຄວາມສໍາຄັນຂອງການອ່ານ
ທີ່ມີນັກສຶກສາແມ່ນກົງກັບບົດຄົ້ນຄ້ວາ ຂອງ (ປຣະ ພັດສອນ ເສວິກຸລ, 2544,14), (ສີຣັຕນ ເຈີງກີ່ນຈັນ, 2536, ໜ້າ 6) ແລະ (ເສກສັນ ປຣາເສີດກຸນ, 2536, 22)
ໄດ້ເວົ້າວ່າ:
“ ການອ່ານແມ່ນມີຄວມສໍາຄັນຫຼາຍ ເພື່ອເພີ່ມພູນສະຕິປັນຍາໃຫ້ສະຫຼຽວສະຫຼາດມີໂລກະທັດ
ແລະວິໄສທັດກ້ວາງໄກ, ຊ່ວຍພັດທະນາແນວຄິດ, ເຮັດໃຫ້ເປັນຄົນທີ່ທັນສະໄໝ ທັນຕໍ່ເຫດການ,
ຊ່ວຍປັບປຸງຕົນເອງ ເຊັ່ນ: ປັບປຸງບຸກຄະລິກກະພາບ, ການເວົ້າຈາ, ການຮູ້ຈັກສະຫງົບອາລົມ,
ການມີຄວາມອົດທົນ ແລະການເຮັດວຽກໃຫ້ເກີດປະໂຫຍດຕໍ່ສັງຄົມໃຫ້ຈະເລີນງອກງາມ
ຊ່ວຍລະຫງັບຄວາມເຫົງາເຮັດໃຫ້ຈິດໃຈມີສະມາທິ, ຊ່ວຍໃຫ້ເຂົ້າໃຈເລື່ອງທີ່ສົງໄສ,
ເປັນການໃຊ້ເວລາຫວ່າງໃຫ້ເປັນປະໂຫຍດກໍ່ໃຫ້ເກີດແນວຄິດສ້າງສັນການອ່ານເປັນປະໂຫຍດໃນການນໍາໄປໃຊ້ໃນຊີວິດປະຈໍາໄດ້ ”
(2) ຈຸດປະສົງຂອງການອ່ານຂອງນັກສຶກສາ
ສ່ວນໃຫຍ່ຈະມີຈຸດປະສົງທີ່ຄ້າຍຄືກັນທີ່ສຸດ ເຊິ່ງຜົນຂອງການສຶກສາໃນຄັ້ງນີ້: ແມ່ນອອກມາຕົງກັບ
ເອກະສານຂອງ (ກະຊວງສຶກສາທິການ,
2546, ໜ້າ 9) ໄດ້ຂຽນໄວ້ວ່າ:
1.
ການອ່ານເພື່ອຄວາມຮູ້ໄດ້ແກ່:
ການອ່່ານຈາກໜັງສືຕໍາລາທາງວິຊາການ, ສາລະຄະດີທາງວິຊາການ, ການວິໃຈປະເພດຕ່າງໆ ໜຶ່ງໄດ້.
2.
ອ່ານເພື່ອບັນເທິງໄດ້ແກ່:
ການອ່ານຈາກໜັງສືປະເພດສາລະຄະດີທ່ອງທ່ຽວ, ນະວະນິຍາຍເລື່ອງສັ້ນ, ບົດປະພັນ, ບົດເພງ
ແລະອື່ນໆ.
3.
ອ່ານເພື່ອຮູ້ຂ່າວສານຄວາມຄິດໄດ້ແກ່:
ການອ່ານຈາກໜັງສືປະເພດບົດຄວາມ,ບົດວິຈານ, ຂ່າວ, ລາຍງານການປະຊຸມ
ເພາະຈະເຮັດໃຫ້ໄດ້ມູມມອງທີ່ກ້ວາງຂື້ນຊ່ວຍໃຫ້ມີເຫດຜົນອື່ນໆ ມາປະກອບການວິຈານ ແລະ ວິເຄາະໄດ້ຫຼາຍຂຶ້ນ.
4.
ອ່ານເພື່ອຈຸດປະສົງສະເພາະທາງແຕ່ລະຄັ້ງໄດ້ແກ່
ຫົວຂໍ້ສົນທະນາເຊື່ອມໂຍງການອ່ານສູ່ການວິເຄາະ
ແລະຄິດວິເຄາະບາງຄັ້ງກໍ່ອ່ານໃຊ້ເວລາວ່າງໃຫ້ເປັນປະໂຫຍດ.
3. ຂໍ້ສະເໜີແນະເພີ່ອການວິໄຈ
1). ການສຶກສາ ບົດບາດຄວາມສໍາຄັນຂອງການອ່ານທີ່ມີຜົນຕໍ່ການສຶກສາຮໍ່າຮຽນ
ຄວນເລືອກສະຖານທີ່ສຶກສາໃນສະຖາບັນການສຶກສາ ທັງໃນພາກລັດ ແລະເອກະຊົນ
ໂດຍການເລືອກເອົາໂຮງຮຽນ ຫຼືສະຖາບັນ ທີ່ມີຊື່ສຽງທີ່ສຸດ ກັບໂຮງຮຽນ ຫຼືສະຖາບັນ
ທີ່ຢູ່ຫ່າງໄກຕົວເມືອງ ເພື່ອມາປຽນທຽບກັນ
ເພື່ອຈະບົດບາດຂອງການອ່ານຕໍ່ການຮຽນທີ່ຊັດເຈນກວ່ານີ້ ເພື່ອຈະເອົາເປັນຂໍ້ມູນໃນການພັດທະນາການຮຽນ
ກັບການອ່ານໄປພ້ອມໆກັນ
2). ການກໍານົດຂະໜາດກຸ່ມຕົວຢ່າງ
ອາດຈະກໍານົດທັງໝົດຂອງປະຊາກອນຢູ່ໃນສະຖານທີ່ສິກສາຖ້າຫາກມີຈໍານວນ100-200 ກວ່າຄົນ
ຫຼື່ບໍ່ໃຫ້ຫຼຸດ 60 ຄົນຂຶ້ນໄປ. ເພື່ອໃຫ້ຜົນການວິໄຈຊັດເຈນ
3).
ຄວນສຶກສາກ່ຽວກັບສາເຫດວ່າເປັນຫຍັງ ນັກສຶກສາຈຶ່ງບໍ່ມັກອ່ານໃນເວລາສຶກສາຮໍ່າຮຽນ ອາດ
ຈະສຶກສາ ລະດັບ ມັດຖະຍົມຕອນຕົ້ນ, ມັດຖະຍົມຕອນປາຍ ຫຼືລະດັບມະຫາວິທະຍາໄລ.
4).
ຄວນສຶກສາຫາວິທີແກ້ໄຂບັນຫາທີ່ນັກສຶກສາບໍ່ມັກອ່ານໃນເວລາສຶກສາຮໍ່າຮຽນ
